Saturday, July 27, 2024
Homeຂ່າວພາຍໃນຄະນະບໍລິຫານຊາວໜຸ່ມກະຊວງ ຖວທ ສະຫລຸບວຽກງານ ປະຈຳປີ 2023

ຄະນະບໍລິຫານຊາວໜຸ່ມກະຊວງ ຖວທ ສະຫລຸບວຽກງານ ປະຈຳປີ 2023

ຂປລ. ໃນວັນທີ 29 ມີນາ 2024 ນີ້, ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະໄໝທີ VIII ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໂດຍມີສະຫາຍເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ, ກຳມະການໜ່ວຍຊາວໜຸ່ມຮາກຖານ, ໜ່ວຍຊາວໜຸ່ມທີ່ຂຶ້ນກັບຮາກຖານ ແລະ ຄະນະຊາວໜຸ່ມ ຂອງແຕ່ລະກົມກອງ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ສະຫາຍ ບົວໄລ ພານຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ລາຍງານໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳການຈັດຕັ້ງຊາວໜຸ່ມຮາກຖານທີ່ຂຶ້ນກັບກະຊວງ ຖວທ ເປັນເຈົ້າການເຄື່ອນໄຫວນຳພາ-ຊີ້ນຳ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາ ຊິກຊາວໜຸ່ມ-ເຍົາວະຊົນ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງຕົນຢ່າງເປັນປົກກະຕິ-ຕໍ່ເນື່ອງ, ເປັນເຈົ້າການປະຕິບັດຕາມໜ້າທີ່

ການເມືອງ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງພັກ-ລັດ, ຄະນະບໍລິຫານງານ

ຊາວໜຸ່ມກະຊວງ ຖວທ ດ້ວຍຄວາມຮັບຜິດຊອບສູງ ເຊິ່ງສາມາດຕີລາຄາໄດ້ວ່າ ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ແລະ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງພາຍໃນການຈັດຕັ້ງຊາວໜຸ່ມຮາກຖານຂັ້ນຄຸ້ມຄອງຂອງຕົນ ຢ່າງໜັກແໜ້ນ ແລະ ເຂັ້ມແຂງ ສະແດງອອກໃນຜົນສຳເລັດຂອງໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຄວາມສາມັກຄີເປັນເອກະພາບພາຍໃນ ແລະ ຮັກສາໄດ້ຄວາມສະຫງົບປອດໄພເປັນຢ່າງດີ, ສະມາຊິກຊາວໜຸ່ມມີຄວາມຈູບຈ້າວຫ້າວຫັນ ພ້ອມກັນປະກອບສ່ວນເຂົ້າໃນທຸກຂະບວນການ ທີ່ການຈັດຕັ້ງ ພັກ-ລັດ ແລະ ຊາວໜຸ່ມຂັ້ນເທິງວາງອອກໃນແຕ່ລະໄລຍະ ຢ່າງເປັນຂະບວນ

ຟົດຟື້ນ ແລະ ພ້ອມພຽງຮຽງໜ້າອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ

ແລະ ຂອງພັກ ເຊິ່ງເຫັນໄດ້ຢ່າງປະຈັກຕາໃນທຸກຂົງເຂດ ເຊັ່ນ: ຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລ້ວນແຕ່ເຮັດຫລ້ອນໜ້າທີ່ການເມືອງຂອງພັກ-ລັດ ມອບໝາຍໃຫ້ຢ່າງຈົບງາມ.

ພ້ອມນີ້, ຍັງໄດ້ອະນຸມັດໃຫ້ສະມາຊິກຊາວໜຸ່ມພົ້ນກະສຽນລາອອກ 36 ສະຫາຍ ຍິງ 11 ສະຫາຍ, ຍົກຍ້າຍໄປອົງການຈັດຕັ້ງຊາວໜຸ່ມອື່ນ 38 ສະຫາຍ, ຍິງ 20 ສະຫາຍ ແລະ ໄດ້ສຳເລັດການລົງເຄື່ອນໄຫວຊຸກຍູ້, ຕິດຕາມ ການດຳເນີນກອງປະຊຸມໃຫຍ່ ທັງໝົດ 34 ໜ່ວຍ ແລະ ປະເມີນຜົນໜ່ວຍຊາວໜຸ່ມຮາກຖານ 4 ບຸກ ປີ 2023. ອັນພົ້ນເດັ່ນ, ໄດ້ສໍາເລັດການສ້າງຂະບວນການອອກແຮງງານ ເນື່ອງໃນໂອກາດວັນສຳຄັນຂອງຊາດ-ຂອງພັກ ຢູ່ຂອບເຂດສຳນັກງານ-ຫ້ອງການ, ບັນດາກົມ-ກອງວິຊາການ ລວມທັງໝົດ 76 ຄັ້ງ, ສຳເລັດການນຳພາ-ຊີ້ນຳປຸກລະດົມຂົນຂວາຍສະມາຊິກຊາວໜຸ່ມ ເຂົ້າຮ່ວມສະໝັກໃຈບໍລິຈາກເລືອດຫລາຍຄັ້ງ, ພ້ອມນີ້, ຍັງໄດ້ມອບອຸປະ ກອນການສຶກສາ ໃຫ້ຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໄປມອບໃຫ້ແຂວງໄຊສົມບູນ, ສຳເລັດການສ້າງກິດຈະກຳຊ່ວຍເຫລືອສັງຄົມ ດ້ວຍການໄປບໍລິຈາກເຄື່ອງໃຫ້ນ້ອງນັກຮຽນ ແລະ ປະຊາຊົນທຸກຍາກ ຢູ່ເຂດຫ່າງໄກສອກຫລີກ ທີ່ບ້ານຊຳທອງ ເມືອງລອງແຈ້ງ ແຂວງໄຊສົມບູນ ແລະ ອື່ນໆ.

ປັດຈຸບັນ ກະຊວງ ຖວທ ມີໜ່ວຍຊາວໜຸ່ມຮາກຖານ ທັງໝົດ 34 ໜ່ວຍ, 2 ຮາກຖານ, ມີ 1 ກອງເຍົາວະຊົນທັນວາ, ມີ ຄະນະບໍລິຫານງານຊາວໜຸ່ມກະຊວງ 15 ສະຫາຍ, ຍິງ 4 ສະຫາຍ, ມີສະມາຊິກຊາວໜຸ່ມມີທັງໝົດ 1.070 ສະຫາຍ, ຍິງ 511 ສະຫາຍ, ໃນນີ້ເປັນສະມາຊິກພັກ 266 ສະຫາຍ, ຍິງ 115 ສະຫາຍ ແລະ ເປັນເຍົາວະຊົນທັນວາ 163 ສະຫາຍ, ຍິງ 92 ສະຫາຍ.

ສຳລັບ ແຜນການໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດ ໃນຫລາຍຫລາຍບັນຫາສຳຄັນ ທີ່ຍັງເປັນບັນຫາຄົງຄ້າງ ໃຫ້ສຳເລັດຕາມເປົ້າໝາຍ ແລະ ຈະສືບຕໍຈັດຕັ້ງປະຕິບັດວຽກງານໃນຫລາຍດ້ານ ເປັນຕົ້ນ ດ້ານການເມືອງແນວຄິດ, ດ້ານການຈັດຕັ້ງວຽກງານວິຊາສະເພາະ ແລະ ມາດຕະການຈັດຕັ້ງປະຕິບັດ ໂດຍສເພາະ ວຽກງານຂະບວນການ ຈະສືບຕໍ່ຊຸກຍູ້ການຈັດຕັ້ງຊາວໜຸ່ມຮາກຖານ ອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ເປັນຕົ້ນ ຂະບວນການອອກແຮງງານ, ຂະບວນການທັດສະນະສຶກສາຮຽນຮູ້ບັນດາແນວຄິດຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ການນຳພັກ-ລັດ ແລະ ອື່ນໆ. ພ້ອມທັງ, ສືບຕໍ່ຊຸກຍູ້ການຈັດຕັ້ງຊາວໜຸ່ມຮາກຖານ-ເຍົາວະຊົນ ເຂົ້າຮ່ວມຂະບວນການບໍລິຈາກເລືອດຊ່ວຍສັງຄົມ, ກິດຈະກຳຮັກສາສິ່ງແວດລ້ອມ, ສະແດງສິລະປະ-ວັດທະນະທຳ, ແລກ ປ່ຽນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຮັບຜົນດີ ແລະ ສືບຕໍ່ເປັນເຈົ້າການກະກຽມຂະບວນການແຂ່ງຂັນ ສິລະປະ-ວັດທະນະທຳ ກັບ ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ທະນາຄານແຫ່ງ ສປປ ລາວ ໃຫ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ໃຫ້ໄດ້ຮັບຜົນດີ.

ໂອກາດດຽວກັນ, ທ່ານ ລິດທິສັກ ວໍລະລາດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຖວທ ຍັງໄດ້ຂຶ້ນຜ່ານບົດສະຫລຸບ ຂໍ້ແຂ່ງຂັນ 4 ບຸກ ຕື່ມອີກ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments