Saturday, July 27, 2024
Homeຂ່າວພາຍໃນການຂຸດຄົ້ນພຣະພຸດທະຮູບ ຢູ່ເຂດດອນເຜີ້ງຄໍາຍັງຈະດໍາເນີນຕໍ່ໄປ ແລະ ບໍ່ສາມາດລະບຸໄດ້ວ່າຈະຢຸດຕິການຂຸດຄົ້ນເມື່ອໃດ

ການຂຸດຄົ້ນພຣະພຸດທະຮູບ ຢູ່ເຂດດອນເຜີ້ງຄໍາຍັງຈະດໍາເນີນຕໍ່ໄປ ແລະ ບໍ່ສາມາດລະບຸໄດ້ວ່າຈະຢຸດຕິການຂຸດຄົ້ນເມື່ອໃດ

ຮອງຫົວໜ້າກົມມໍລະດົກ ຢັ້ງຢືນວ່າ: ພາລະກິດການຂຸດຄົ້ນ ແລະກອບກູ້ເອົາພຣະພຸດທະຮູບ, ວັດຖຸບູຮານ ຢູ່ເຂດດອນເຜີ້ງຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະສືບຕໍ່ດໍາເນີນຕໍ່ໄປ ແລະບໍ່ສາມາດລະ ບຸໄດ້ວ່າຈະຢຸດຕິການຂຸດຄົ້ນເມື່ອໃດ ເນື່ອງຈາກວ່າຍັງໄດ້ຮັບສັນຍານຕອບຮັບຈາກເຄື່ອງກວດຢາມໃນແຕ່ລະວັນ ຊຶ່ງພົບເຫັນຮ່ອງຮອຍ ແລະ ຄົ້ນພົບພຣະພຸດທະຮູບຢ່າງຕໍ່ເນື່ອງ, ທຸກພາກສ່ວນຈະພະຍາຍາມດໍາເນີນການກອບກູ້ໃຫ້ດີທີ່ສຸດ ແລະຖືກຕ້ອງຕາມຫລັກວິຊາການ.

ທ່ານ ທອງລິດ ຫລວງໂຄດ, ຮອງຫົວໜ້າກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໃຫ້ສຳພາດວ່າ: ແຜນການກອບກູ້ ແລະ ຂຸດຄົ້ນໃນປັດຈຸບັນແມ່ນໄດ້ປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເພື່ອຍົກລະດັບການຂຸດຄົ້ນຂຶ້ນເປັນລະດັບຊາດ ແລະຖ້າເປັນໄປຈະຂໍຄວາມຊ່ວຍເຫລືອຈາກອົງການຈັດຕັ້ງສາກົນ ໂດຍສະເພາະປະເທດ ຫຼືໂຄງການທີ່ເຄີຍໃຫ້ການຮ່ວມມືກັບກົມມໍລະດົກ ກໍຄືກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການ ຮ່ວມກັນກ່ຽວກັບຂັ້ນຕອນ, ເຕັກນິກການຂຸດຄົ້ນ, ລວມເຖິງອຸປະກອນເຄື່ອງມືທີ່ທັນສະໄໝ ເພື່ອເຮັດໃຫ້ການກອບກູ້ວັດຖຸບູຮານ ກໍ່ຄືການຂຸດຄົ້ນພຣະພຸດທະຮູບຖືກຕ້ອງຕາມຫລັກການ ແລະ ມີວິທະຍາສາດທີ່ສຸດ.

ທ່ານ ທອງລິດ ຫລວງໂຄດ ໃຫ້ຮູ້ຕື່ມວ່າ: ການຂຸດຄົ້ນ ແລະກອບກູ້ເອົາພຣະພຸດທະຮູບ, ວັດຖຸບູຮານ ໃນໄລຍະຜ່ານມາມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະໄດ້ຮັບການຊີ້ນໍາໆພາຢ່າງໃກ້ຊິດຈາກຄະນະນໍາຈາກກະຊວງ ຖວທ, ແຂວງ ບໍ່ແກ້ວ ແລະອົງການປົກຄອງເມືອງຕົ້ນເຜິ້ງ, ການສະໜັບສະໜູນດ້ານວັດຖຸປັດໃຈຕ່າງໆຈາກສັງຄົມ, ພາກທຸລະກິດ ແລະ ຜູ້ພັດທະນາໂຄງການຕ່າງໆ ເປັນຕົ້ນ: ເຄື່ອງໄຟຟ້າ, ຈັກສູບ ນໍ້າ ລວມເຖິງກໍາລັງແຮງໃຈຂອງຜູ້ທີ່ເສຍສະຫລະເຫື່ອແຮງປະກອບສ່ວນເຂົ້າໃນການຂຸດຄົ້ນຢ່າງບໍ່ຮູ້ອິດ, ຮູ້ເມື່ອຍ ທ່າມກາງສະພາບອາ ກາດທີ່ຮ້ອນອົບເອົ້າ, ຄຽງຄູ່ກັນນີ້ຍັງເຫັນວ່າການເຄື່ອນຍ້າຍພຣະພຸດທະຮູບໄປປະດິດສະຖານຢູ່ວັດຍັງມີລັກສະນະສັບສົນ ສະນັ້ນຄະນະຮັບຜິດຊອບໄດ້ເຫັນດີເປັນເອ ກະພາບກັນຈັດສັນຄວາມເປັນລະບຽບຮຽບຮ້ອຍຄືນໃໝ່ ໂດຍຈະອະນຸຍາດໃຫ້ແຕ່ຄະນະຮັບຜິດຊອບເຂົ້າໄປບໍລິເວນເຄື່ອນຍ້າຍພະພຸດທະຮູບໄດ້ເທົ່ານັ້ນ ເມື່ອດໍາເນີນການເຄື່ອນຍ້າຍສໍາເລັດໃນແຕ່ລະວັນ ຈິ່ງອະນຸຍາດໃຫ້ປະຊາຊົນເຂົ້າກາບໄຫ້ວບູຊາຢູ່ພາຍໃນວັດທອງທິບ.

ສັງລວມການຂຸດຄົ້ນພຣະພຸດທະຮູບແຕ່ວັນທີ 11-29 ມີນາຜ່ານມານີ້ ພຣະພຸດ ທະຮູບທັງຫມົດ 163 ອົງ, ສຽນພຣະ, ຈອມເກດ ລວມເຖິງວັດຖຸບູຮານອີຫລາຍລາຍ ການ.

ຂ່າວ: ຈັນທະສອນ ສີຫານາດ, ວິທະຍຸກະຈາຍສຽງແຫ່ງຊາດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments