Saturday, July 27, 2024
Homeຂ່າວໜ້າໜຶ່ງພິທີປະກາດການຈັດຕັ້ງອົງການກາແດງແຫ່ງຊາດລາວ

ພິທີປະກາດການຈັດຕັ້ງອົງການກາແດງແຫ່ງຊາດລາວ

ຕອນບ່າຍວັນທີ 29 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີປະກາດແຕ່ງຕັ້ງການນໍາຂັ້ນສູງ ອົງການກາແດງແຫ່ງຊາດລາວ ແລະ ປະກາດການນຳຂັ້ນສູງອົງການດັ່ງກ່າວ ອອກພັກການຮັບອຸດໜຸນບຳນານ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທຸນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະ ນະທຳ-ສັງຄົມ, ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນາສຸກ, ມີທ່ານ ຮອງລັດຖະມົນຕີ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຕາງໜ້າຂອງບັນດາກົມ ຂອງ ຫສນຍ ແລະ ພະນັກງານ-ລັດຖະກອນ ພາຍໃນອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ເຊິ່ງປະກອບມີ ທ່ານ ພູທອນ ເມືອງປາກ, ປະທານອົງການກາແດງແຫ່ງຊາດລາວ, ທ່ານ ສິງ ເມໂນລາດ, ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ກາວີພອນ ສຸດທິ, ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານການນຳຂັ້ນສູງຢູ່ອົງການກາແດງແຫ່ງຊາດລາວ, ໃນນັ້ນ ແຕ່ງຕັ້ງ ທ່ານ ຄຳລາວັນ ຈັນທະລາວັນ ເປັນປະທານອົງການກາແດງແຫ່ງຊາດລາວ, ແຕ່ງຕັ້ງ ທ່ານ ນາງ ຈັນທະໜອມ ມະນີທິບ ເປັນຮອງປະທານອົງການກາແດງແຫ່ງຊາດລາວ, ແຕ່ງຕັ້ງ ທ່ານ ຈັນທະລາ ສຸກສາຄອນ ເປັນຫົວໜ້າສະຖາບັນເລືອດ ອົງການກາແດງແຫ່ງຊາດລາວ ແລະ ແຕ່ງຕັ້ງທ່ານ ຮອງຈັນ ຈັນທະວົງ ເປັນຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ (ຜູ້ໃໝ່).

ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານ ທີ່ໄດ້ຮັບນະໂຍບາຍພັກການຮັບອຸດໜຸນບຳນານ ເຊິ່ງຕະຫລອດໄລຍະທີ່ຜ່ານມາ ບັນດາທ່ານເຫລົ່ານັ້ນ ໄດ້ເສຍສະຫລະອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ ແລະ ລັດມອບໝາຍໃຫ້ ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ເຮັດໃຫ້ເຕີບໃຫຍ່ໃນໜ້າທີ່ຂຶ້ນເປັນກ້າວໆ. ການພັກການຮັບອຸດໜູນບຳນານ ແມ່ນການເຮັດສຳເລັດໜ້າທີ່ຂອງຕົນ ຕາມນະໂຍບາຍ ແລະ ກົດໝາຍໄດ້ກຳນົດໄວ້ ເຊິ່ງແມ່ນກຽດສັກສີ, ແມ່ນຄວາມເອກອ້າງທະນົງໃຈ, ແມ່ນນະໂຍບາຍອັນສູງສົ່ງ ທີ່ພັກ, ລັດຖະບານ ແລະ ການຈັດຕັ້ງ ໄດ້ຕອບແທນຄຸນງາມຄວາມດີ, ທີ່ໄດ້ອຸທິດຕົນຢ່າງສຸດກົກສຸດປາຍ, ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງ ທີ່ບໍ່ຮູ້ອິດເມື່ອຍ ເຂົ້າໃນພາລະກິດປະຕິວັດ ໃນຕະຫລອດໄລຍະທີ່ຜ່ານມາ. ພ້ອມນັ້ນ ກໍເປັນການປະຕິບັດນະໂຍບາຍ ໃຫ້ໄດ້ມີເວລາພັກຜ່ອນ, ໄດ້ໃກ້ຊິດຕິດແທດກັບຄອບຄົວລູກຫລານຫລາຍຂຶ້ນ. ອີກດ້ານໜຶ່ງ ກໍເພື່ອໃຫ້ພະນັກງານຫລັກແຫລ່ງຮຸ່ນນ້ອງ ໄດ້ສືບທອດປ່ຽນແທນ ແລະ ສືບຕໍ່ປະຕິບັດໜ້າທີ່ອັນມີກຽດຂອງບັນດາທ່ານ ທີ່ໄດ້ສ້າງໄວ້.

ສຳລັບບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍແມ່ນພະນັກງານຂັ້ນຍຸດທະສາດຂອງພັກ-ລັດ, ເຄີຍດໍາລົງຕໍາແໜ່ງ, ເຄີຍຊີ້ນໍາບັນຊາຜ່ານຫລາຍຂົງເຂດ ແລະ ມີຜົນສໍາເລັດຫລາຍດ້ານ; ການເຂົ້າມາຮັບໜ້າທີ່ໃໝ່ ແມ່ນການປັບປຸງກົງຈັກການຈັດຕັ້ງ, ແມ່ນການບູລະນະບຸກຄະລາກອນ ເພື່ອໃຫ້ສອດຄ່ອງກັບບັນດາມະຕິ, ຄຳສັ່ງແນະນຳຂອງສູນກາງພັກ ເພື່ອກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ສະພາບການໃໝ່ ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ຈາກການນໍາຂັ້ນເທິງ. ອັນສໍາຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກຕໍ່ອົງການກາແດງແຫ່ງຊາດລາວ ຕື່ມບາງດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ກໍ່ສ້າງພັກທາງດ້ານແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ ບົນພື້ນຖານເຂັ້ມງວດ 5 ຫລັກການ 3 ທິດນຳຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາຂອງຄະນະພັກ, ປັບປຸງແກ້ໄຂຂໍ້ຂາດຕົກບົກພ່ອງຕ່າງໆ; ສືບຕໍ່ເອົາໃຈໃສ່ວຽກພະນັກງານ ໂດຍສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ; ສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະ ຍູ້ແຮງວຽກງານສຶກສາອົບຮົມການເມືອງແນວຄິດ ດ້ວຍຫລາຍຮູບການ, ຫລາຍວິທີ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ; ຍູ້ແຮງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບວຽກງານ 3 ສ້າງ; ເອົາໃຈໃສ່ປັບປຸງກົນໄກບໍລິຫານລັດ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ; ປັບປຸງ ແລະ ເພີ່ມທະວີແບບແຜນນໍາພາ ທີ່ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ; ສືບຕໍ່ເປັນແບບຢ່າງໃນການນຳພາ-ຊີ້ນໍາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ; ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດສັດຊື່, ຮັກສາຈັນຍາບັນ, ຈັນຍາທຳ, ມີຄວາມສະດຸ້ງໄວ ຕໍ່ສະພາບການໃນເງື່ອນໄຂໃໝ່ ແລະ ຍາມໃດ ກໍຢູ່ໃນທ່າກຽມພ້ອມປະຕິບັດໜ້າທີ່ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments