Saturday, July 27, 2024
Homeຂ່າວຕ່າງປະເທດກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫລວດ-ກະຊວງພາຍໃນ ກຳປູເຈຍ- ສປປ ລາວ-ສສ ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫລວດ-ກະຊວງພາຍໃນ ກຳປູເຈຍ- ສປປ ລາວ-ສສ ຫວຽດນາມ ຄັ້ງທີ 1

ຕາມຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫລວດ ແລະ ກະຊວງພາຍໃນກຳປູເຈຍ – ສປປ ລາວ – ສສ ຫວຽດນາມ ຄັ້ງທີ 1 ຈັດຂຶ້ນຢູ່ນະຄອນດ່ານັ້ງ ຂອງ ສສ ຫວຽດນາມ ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ພົນເອກ ໂຕເລິມ, ລັດຖະມົນຕີ ກະຊວງຕຳຫລວດຫວຽດນາມ; ທ່ານ ພົນເອກ ວິໄລ ຫລ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ທ່ານ ຊາ ໂຊຄາ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ. ໃນກອງປະຊຸມຄັ້ງນີ້ ທັງ 3 ຝ່າຍ ໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງ ຮ່ວມມືກັນເພື່ອໃຫ້ບັນລຸປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ສະພາບການໂລກ ແລະ ພາກພື້ນ, ສະພາບການກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ແຕ່ລະປະເທດ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ; ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກ ຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. ພ້ອມກັນນັ້ນ, 3 ຝ່າຍ ໄດ້ຢືນຢັນຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ບໍ່ວ່າບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອທຳລາຍ ແລະ ແຊກແຊງເຂົ້າວຽກງານຂອງປະເທດອື່ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments