Wednesday, May 15, 2024
Homeຂ່າວຕ່າງປະເທດສປ ຈີນ ຈະຊ່ວຍເຫລືອສີລັງກາ ປັບໂຄງສ້າງໜີ້ສິນ

ສປ ຈີນ ຈະຊ່ວຍເຫລືອສີລັງກາ ປັບໂຄງສ້າງໜີ້ສິນ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ໂກລົມໂບ ປະເທດ ສີລັງກາ ເມື່ອວັນທີ 27 ມີນາວ່າ: ທ່ານ ທິເນດ ຄຸນເວດເທນະ ນາຍົກ ລັດຖະມົນຕີ ສີລັງກາ ກ່າວວ່າ: ຈີນ ຊຶ່ງເປັນ ເຈົ້ເໜີ້ ລາຍໃຫຍ່ ທີ່ສຸດຂອງ ປະເທດ ໃນລະດັບ ລັດຕໍ່ລັດ ຈະໃຫ້ການ ສະໜັບສະໜູນ ໃຫ້ແກ່ ສີລັງກາ ໃນການ ປັບໂຄງສ້າງ ໜີ້ສິນ ສາທາລະນະ , ຊຶ່ງເປັນໜຶ່ງ ໃນເງື່ອນໄຂ ທີ່ ກອງທຶນເງິນຕາ ສາກົນ (ໄອເອັມເອຟ) ໄດ້ກຳນົດໃຫ້ແກ່ ສີລັງກາ ເພື່ອການ ຮັກສາ ສະຖານະ ໃນການຮັບເງິນ ສິນເຊື່ອ ຈາກໄອເອັມເອຟ , ດ້ວຍວົງເງິນ 2.900 ລ້ານໂດລາ ສະຫະລັດ .

ທ່ານ ທິເນດ ຄຸນເວດເທນະ ກ່າວໃນລະຫວ່າງ ຢ້ຽມຢາມ ຈີນ ເມື່ອບໍ່ດົນມານີ້ວ່າ ຈີນ ໄດ້ສະເໜີ ຄວາມຊ່ວຍເຫລືອ ດ້ານການ ພັດທະນາ ສະໜາມບິນ ນານາຊາດ ໂກລົມໂບ ແລະ ທ່າກຳປັ່ນ ນໍ້າເລິກ ຮັມບັນໂຕຕາ . ໃນໄລຍະຜ່ານມາ, ຍີ່ປຸ່ນ ມີບົດບາດ ສຳຄັນ ໃນໂຄງການ ພັດທະນາ ສະໜາມບິນ ນານາຊາດ ໂກລົມໂບ , ແຕ່ໄດ້ຢຸດຕິໄປ ນັບຕັ້ງແຕ່ ສີລັງກາ ຜິດນັດການ ຊໍາລະໜີ້ ສາທາລະນະ . ໃນຂະນະທີ່ ລັດວິສາຫະກິດ ຂອງຈີນ ໄດ້ຮັບສຳປະທານ ເປັນເວລາ 99 ປີ , ດ້ວຍມູນຄ່າ 1.120 ລ້ານໂດລາ ສະຫະລັດ ຕັ້ງແຕ່ປີ 2017 ເພື່ອໃຊ້ງານ ທ່າກຳປັ່ນ ນໍ້າເລິກ ຮັມບັນໂຕຕາ .

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments