Thursday, May 16, 2024
Homeຂ່າວຕ່າງປະເທດສ.ອາເມລິກາ-ອິຕາລີ ຈະຮ່ວມມືກັນ ດ້ານຍານພາຫະນະໄຟຟ້າ

ສ.ອາເມລິກາ-ອິຕາລີ ຈະຮ່ວມມືກັນ ດ້ານຍານພາຫະນະໄຟຟ້າ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 27 ເດືອນມີນາ, ສື່ທ້ອງຖິ່ນ ຂອງອິຕາລີ ລາຍງານວ່າ: ເທສລາ (Tesla) ຜູ້ຜະລິດ ຍານພາຫະນະ ໄຟຟ້າ ຂອງ ສ.ອາເມລິກາ ພວມເຈລະຈາ ກັບ ລັດຖະບານ ອິຕາລີ ເພື່ອເປີດໂຮງງານ ຜະລິດ ພາຍໃນປະເທດ. ໂດຍເທສລາ ໄດ້ເຈລະຈາ ກັບ ກະຊວງ ວິສາຫະກິດ ແລະ ການຜະລິດ ໃນອິຕາລີ ເປັນເວລາ ຫລາຍເດືອນ ໂດຍວາງແຜນ ການຜະລິດ ລົດບັນທຸກ ແລະ ລົດຕູ້ໄຟຟ້າ ທາງພາກໃຕ້ ຂອງ ອິຕາລີ , ຊຶ່ງ ທາງເຈົ້າໜ້າທີ່ ຈາກ ເທສລາ ໄດ້ເຂົ້າມາ ປະເມີນ ພື້ນທີ່ ທີ່ ອາດຈະໃຊ້ ເປັນຈຸດສ້າງຕັ້ງ ໂຮງງານ. ການຕິດຕໍ່ ປະສານງານ ລະຫວ່າງ ເທສລາ ແລະ ລັດຖະບານ ອິຕາລີ ໃນຄັ້ງນີ້ ມີຂື້ນ ຫລັງຈາກ ອິຕາລີ ເຂົ້າໄປ ປຶກສາຫາລື ກັບ ຜູ້ຜະລິດ ຍານພາຫະນະ ຫລາຍແຫ່ງ ດ້ວຍເປົ້າໝາຍ ເພີ່ມການຜະລິດ ພາຍໃນປະເທດ. ນອກນັ້ນ, ທ່ານ ອາດອນໂຟ ອູຣາໂຊ ລັດຖະມົນຕີ ກະຊວງກ່ຽວຂ້ອງ ກ່າວວ່າ: ອິຕາລີ ຈຳເປັນຕ້ອງ ເພີ່ມການ ຜະລິດ ຍານພາຫະນະເປັນ 1,3 ລ້ານຄັນຕໍ່ປີ ຈາກເດີມ ທີ່ບໍ່ເຖິງ 800.000 ຄັນ ໃນປີ 2023 ເພື່ອສືບຕໍ່ ຮັກສາ ອຸດສາຫະກຳ ຍານພາຫະນະ ຂອງ ປະເທດ ທ່າມກາງ ຄວາມທ້າທາຍ ການປ່ຽນຜ່ານ ໄປສູ່ ການຂັບເຄື່ອນ ດ້ວຍຍານພາຫະນະ ໄຟຟ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments