Home ຂ່າວໜ້າໜຶ່ງ ” ເຈົ້າໜ້າທີ່ມອດໄຟ ສາມປະເທດ ຈັດສຳມະນາ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນປະສົບການ ວຽກງານສະກັດ-ຕ້ານອັກຄິໄພ ແລະ ກູ້ໄພ-ກູ້ຊີບ “

” ເຈົ້າໜ້າທີ່ມອດໄຟ ສາມປະເທດ ຈັດສຳມະນາ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນປະສົບການ ວຽກງານສະກັດ-ຕ້ານອັກຄິໄພ ແລະ ກູ້ໄພ-ກູ້ຊີບ “

0
22

ເຈົ້າໜ້າທີ່ສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄຟ-ກູ້ຊີບ ສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ຈັດສຳມະນາ ວ່າດ້ວຍການຮ່ວມມື ແລະ ແລກປ່ຽນປະສົບການ ວຽກງານສະກັດ-ຕ້ານອັກຄິໄພ ແລະ ກູ້ໄພ-ກູ້ຊີບ ຢູ່ທີ່ນະຄອນດານັງ ສສ ຫວຽດນາມ ໃນວັນທີ 28 ມີນາ 2024 ເພື່ອເປັນການປຶກສາຫາລື ແລະ ການຮ່ວມມືຂອງສາມປະເທດ ໃນການສ້າງຄວາມອາດສາມາດການບັນເທົາທຸກຈາກໄພພິບັດ, ແລກປ່ຽນປາສົບການໃນການກູ້ໄພ-ກູ້ຊີບ ຈາກໄພພິບັດຕ່າງໆ.

ທ່ານ ພົນຕີ ຫງວຽນ ຕັວນ ແອັງ ຫົວໜ້າກົມຕຳຫຼວດສະກັດກັ້ນ-ຕ້ານອັກຄິໄພ ແລະ ຊ່ວຍເຫຼືອກູ້ຊີບ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ກຳລັງຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄິໄພ ກຳປູເຈຍ ແລະ ລາວ ທີ່ໄດ້ເຂົ້າຮ່ວມງານສຳມະນາໃນຄັ້ງນີ້ ເຊິ່ງມີຄວາມໝາຍ-ສຳຄັນຢ່າງຍິ່ງໃນການແລກປ່ຽນບົດຮຽນ ແລະ ການຮ່ວມມືຂອງສາມກຳລັງໃຫ້ນັບມື້ເເໜ້ນແຟ້ນຂຶ້ນໄປເລື້ອຍໆ.

ຈາກນັ້ນ, ຕາງໜ້າເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ ທັງສາມປະເທດ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີກ່ຽວກັບ ບັນດາເຫດການທີ່ເກີດຂຶ້ນຢູ່ພາຍໃນປະເທດຂອງຕົນ ພ້ອມທັງວິທີການສະກັດກັ້ນ-ແກ້ໄຂໃນໄລຍະຜ່ານມາ ເພື່ອເປັນການແລກປ່ຽນປະສົບການ, ວິທີການ ແລະ ທິດທາງການຮ່ວມມືກັນໃນຕໍ່ໜ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ພັອ ວິລະພອນ ວົງຄຳມຸນຕີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄິໄພ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ມີຄຳເຫັນວ່າ:

ເຈົ້າໜ້າທີຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ສປປ ລາວ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນບົດຮຽນກ່ຽວກັບ ວຽກງານສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ; ທິດທາງການຮ່ວມມືໃນຕໍ່ໜ້າ ແລະ ກົນໄກການເຂົ້າຮ່ວມສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ ເມື່ອມີເຫດການເກີດຂື້ນ ໃນເຂດຊາຍແດນຂອງສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ.

ກອງປະຊຸມຄັ້ງນີ້ ແມ່ນໂອກາດອັນດີໃນການພົບປະ, ແລກປ່ຽນທອດຖອນບົດຮຽນເຊິ່ງກັນແລະກັນກ່ຽວກັບ ວຽກງານສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ-ກູ້ຊີບ, ເຊິ່ງເປັນອີກບາດກ້າວອັນສຳຄັນໃນການເພີ່ມທະວີຮັດແໜ້ນສາຍພົວພັນຂອງສາມປະເທດ (ກຳປູເຈຍ-ລາວ-ຫວຽດນາມ), ຍົກສູງລະດັບຄວາມຮູ້ຄວາມສາມາດຂອງເຈົ້າໜ້າທີ່ ແລະ ລວມເຖິງທັກສະຕ່າງໆ ໃນການຈັດຕັ້ງປະຕິບັດພາລະກິດການມອດໄຟ ແລະ ກູ້ໄພ-ກູ້ຊີບຈາກອາຄານຖະຫຼົ່ມ, ນ້ຳຖ້ວມ, ຈາກການຂຸດຄົ້ນແຮ່ທາດ ແລະ ຈາກສານເຄມີທີ່ອັນຕະລາຍ ເພື່ອໃຫ້ສາມາດແກ້ໄຂບັນຫາໄດ້ທັນເວລາ ແລະ ທັງເປັນການກຽມຄວາມພ້ອມໃນການຮັບມືໄພພິບັດດັ່ງກ່າວ ໄດ້ເປັນຢ່າງດີໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here