Monday, April 29, 2024
Homeຂ່າວພາຍໃນຂຶ້້ນທະບຽນພະພຸດພະຮູບທີ່ຂຸດຄົ້ນໄດ້ຈາກດອນເຜິ້ງຄໍາ ແລ້ວຈໍານວນ 154 ອົງ ຍັງສືບຕໍ່ຂຸດຄົ້ນ

ຂຶ້້ນທະບຽນພະພຸດພະຮູບທີ່ຂຸດຄົ້ນໄດ້ຈາກດອນເຜິ້ງຄໍາ ແລ້ວຈໍານວນ 154 ອົງ ຍັງສືບຕໍ່ຂຸດຄົ້ນ

ໜ່ວຍງານຂຶ້ນທະບຽນວັດຖຸພັນພະພຸດພະຮູບ ຈາກພະແນກ ຖວທ ແຂວງບໍ່ແກ້ວ ແລະ ຫ້ອງການ ຖວທ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ພ້ອມກັນຂຶ້ນທະບຽນພະພຸດພະຮູບທີ່ໄດ້ຂຸດຄົ້ນໄດ້ເປັນເວລາ 12 ວັນ ເລີ່ມແຕ່ວັນທີ 16-28 ມີນາ 2024, ສາມາດຂຶ້ນທະບຽນສໍາເລັດແລ້ວ ທັງໝົດ 154 ອົງ ແລະ ຍັງສືຍຕໍ່ຂຸດຄົ້ນຕໍ່ໄປ.

ໃນນັ້ນມີທັງພະພຸດພະຮູບທີສົມບູນ ແລະ ບໍ່ສົມບູນ, ສ່ວນພະພຸດພະຮູບປາງລີລາ, ພະພຸດພະຮູບໃບໂພ ແລະ ສິນສ່ວນອື່ນໆທີ່ໄດ້ຈາກການຂຸດຄົ້ນ ແມ່ນຍັງບໍ່ໄດ້ຂຶ້ນທະບຽນເທື່ອ ສໍາລັບອົງທີ່ໄດ້ຂຶ້ນລະບຽນແລ້ວສ່ວນຫຼາຍແມ່ນມີລັກສະນະສິລະປະລາວລ້ານຊ້າງ. ສ່ວນລາຍລະອຽດຕ່າງໆຍັງຢູ່ໃນການສະຫຼຸບສັງລວມ ແລະ ທາງທີມງານຂຶ້ນທະບຽນຈະລາຍງານເປັນໄລຍະ.

ຂ່າວ: ຄໍາເພັງ ສີສະຫວ່າງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments