Monday, April 29, 2024
Homeສຶກສາມວສ ສະຫຼຸບຜົນງານສົກສຶກສາ 2022-2023

ມວສ ສະຫຼຸບຜົນງານສົກສຶກສາ 2022-2023

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ວິທະຍາເຂດດົງໂພສີ ໄດ້ຈັດພິທີສະຫຼຸບຜົນງານສົກສຶກສາ 2022-2023 ແລະ ຜ່ານແຜນການສົກສຶກສາ 2023-2924 ຂຶ້ນໃນວັນທີ 28 ມີນາ ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີທ່ານ ບຸນຖົມ ຊາມຸນຕຣີ ອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບວິທະຍາເຂດດົງໂພສີ, ມີບັນດາຄະນະກົມ, ຮອງກົມ, ຫົວໜ້າສູນ, ຄະນະອຳນວຍການໂຮງໝໍສູນກາງອ້ອມຂ້າງກະຊວງສາທາລະນະສຸກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ບຸນຖົມ ຊາມຸນຕຣີ ໄດ້ຂຶ້ນລາຍງານຜົນງານວ່າ: ການເຄື່ອນໄຫວໃນສົກປີຜ່ານມາ ຊຶ່ງ ໄດ້ສະແດງໃຫ້ເຫັນເຖິງການຊີ້ນຳ-ນຳພາ ແລະ ການປະຕິບັດວິໄສທັດ, ພາລະໜ້າທີ່ຂອງ ມວສ ທີ່ໄດ້ພາກັນຜ່ານຜ່າເຮັດຫຼອນໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະຂອງຕົນຕາມການມອບໝາຍຂອງການຈັດຕັ້ງ ຊຶ່ງຜົນສໍາເລັດດັ່ງກ່າວສະແດງອອກຄື: ດ້ານການຮຽນ-ການສອນ ມວສ ໄດ້ຈັດຕັ້ງ ການຮຽນ-ການສອນຈຳນວນ 40 ຫຼັກສູດ, ອະນຸປະລິນຍາຕໍ່ເນື່ອງ 2 ຫຼັກສູດ, ອະນຸປະລິນຍາ 4 ຫຼັກສູດ, ປະລິນຍາຕີ 13 ຫຼັກສູດ, ຫຼັງປະລິນຍາ 22 ຫຼັກສູດ; ໃນສົກປີຜ່ານ ມວສ ສາມາດສ້າງບຸກຄະລາກອນສາທາລະນະສຸກ ໄດ້ຈຳນວນ 744 ຄົນ ຍິງ 482 ຄົນ (ລະດັບອະນຸປະລິນຍາ ແລະ ປະລິນຍາຕີ 567 ຄົນ, ລະດັບຫຼັງປະລິນຍາຕີ 177 ຄົນ); ສຳເລັດການສອບເສັງເອົານັກສຶກສາເຂົ້າຮຽນສົກ 2023-2024 ລະດັບອະນຸປະລິນຍາ ແລະ ປະລິນຍາຕີ ທັງໝົດ 631 ຄົນ ແລະ ລະດັບຫຼັງປະລິນຍາຕີທັງ 147 ຄົນ, ດ້ານການຄົ້ນຄວ້າວິທະຍາສາດ, ສຳເລັດການປັບປຸງຄູ່ມືປະຕິບັດງານ ຂອງຄະນະກໍາມະການຈັນຍາທຳການຄົ້ນຄ້ວາ ແລະ ຄູ່ມືປະຕິບັດງານຂອງຄະນະກໍາມະການສົ່ງເສີມການຄົ້ນຄວ້າວິທະຍາສາດຂອງ ມວສ, ສໍາເລັດການເຮັດບົດຄົ້ນຄວ້າຈຳນວນ 20 ບົດ ແລະ ໄດ້ນໍາສະເໜີບົດຄົ້ນຄວ້າຢູ່ກອງປະຊຸມວິຊາການທັງພາຍໃນ ແລະ ຕ່າງປະເທດ; ສຳເລັດຂຽນບົດຄວາມ 5 ບົດ ແລະ ຕີພິມເຂົ້າວາລະສານສາກົນ 4 ບົດ, ດ້ານການບໍລິການວິຊາການ, ໄດ້ເປີດການນຳໃຊ້ຫ້ອງຝຶກປະຕິບັດຂອງນັກສຶກສາຫຼັກສູດປະລິນຍາຕີກາຍະບຳບັດ ແລະ ເປັນສະຖານທີ່ໃຫ້ບໍລິການ ແລະ ປະຊາຊົນ ກວດກາຍະວິພາກພະຍາດໄດ້ 3.009 ຕົວຢ່າງ, ບໍລິການດ້ານຄຣີນິກທັນຕະກຳໄດ້ 12.255 ເທື່ອຄົນ.

ທ່ານ ບຸນຖົມ ຊາມຸນຕຣີ ໄດ້ກ່າວຕື່ມວ່າ: ຜົນສຳເລັດດັ່ງກ່າວໄດ້ຮັບການຢັ້ງຢືນໂດຍ ອາຈານສອນ ມວສ ໄດ້ຮັບຕຳແໜ່ງວິຊາການຄູ ຂັ້ນສາດສະອາຈານ ຈຳນວນ 2 ຄົນ ແລະ ຮອງສາດສະດາຈານ ຈໍານວນ 9 ຄົນ, ອາຈານ 2 ຄົນ ແລະ ໃນພິທີຍັງໄດ້ມອບໃບຍ້ອງຍໍ ຂັ້ນກະຊວງສາທາລະນະສຸກໃຫ້ແກ່ 6 ຄະນະວິຊາ, 2 ຫ້ອງການ, ສະຖາບັນ ແລະ ພະນັກງານພາຍໃນ ມວສ ດັ່ງນີ້: ປະເພດ I ຂັ້ນກະຊວງ ຈຳນວນ 340 ຄົນ, ປະເພດ II ຂັ້ນ ມວສ 62 ຄົນ.

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments