Wednesday, May 15, 2024
Homeທຸລະກິດຫວຽດເຈັດ ມອບໂປໂມຊັ່ນ Friday Sale ປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

ຫວຽດເຈັດ ມອບໂປໂມຊັ່ນ Friday Sale ປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

ໃນວັນທີ 28 ມີນາ ນີ້ ຫວຽດເຈັດ (Vietjet) ຈະມອບໂປຣໂມຊັ່ນ ປີ້ຍົນຕ່າງປະເທດໃນທຸກໆ ວັນສຸກ ປີນີ້ເປັນໂອກາດທີ່ດີສໍາລັບນັກທ່ອງທ່ຽວຈາກທົ່ວໂລກ ໃນການເດີນທາງຕາມທີ່ຝັນ ດ້ວຍລາຄາສ່ວນຫຼຸດສຸດພິເສດ.

ທ່ານສາມາດຈອງປີ້ຍົນຕ່າງປະເທດ ດ້ວຍລາຄາເລີ່ມຕົ້ນພຽງ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕັ້ງແຕ່ມື້ນີ້ຮອດວັນທີ 31 ທັນວາ 2024 ທີ່ www.vietjetair.com ຫຼື ຜ່ານແອັບມືຖື Vietjet Air. ໂປຣໂມຊັນນີ້ໃຊ້ໄດ້ກັບທຸກຖ້ຽວບິນຕ່າງປະເທດ ລວມທັງຖ້ຽວບິນນະຄອນຫຼວງວຽງຈັນ-ໂຮ່ຈິມິນ ແລະ ຖ້ຽວບິນລະຫວ່າງຫວຽດນາມ ແລະ ອົສຕຣາລີ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ຈີນ, ຮົງກົງ, ໄຕ້ຫວັນ ແລະ ອາຊີຕາເວັນອອກສ່ຽງໃຕ້ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 31 ທັນວາ 2024 (ຍົກເວັ້ນວັນພັກ, ລະດູການທ່ອງທ່ຽວ).

Vietjet ນໍາທຸກໆຈຸດໝາຍປາຍທາງມາໃຫ້ໃກ້ນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຈາກລາວປະເທດທີ່ບໍ່ມີຊາຍແດນຕິດກັບທະເລ. Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 45 ນາທີ ເທົ່ານັ້ນ. ມອບໂອກາດໃຫ້ນັກທ່ອງທ່ຽວຈາກປະເທດລາວ ສາມາດເພີດເພີນກັບແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈ ດ້ວຍຖ້ຽວບິນທີ່ສະດວກສະບາຍໃນລາຄາປະຢັດ. ດ້ວຍຖ້ຽວບິນທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນກັບຈຸດໝາຍປາຍທາງອື່ນໆ, ບໍ່ວ່າຈະເປັນຫາດຊາຍທີ່ສວຍງາມຢູ່ ຝູກວັກ, ດານັງ, ຍາຈາງ, ບາຫຼີ, ພູເກັດ ແລະ ອື່ນໆ. ອົສຕຣາລີ ໃນລະດູໃບໄມ້ຫຼົ່ນເຊັ່ນ: Sydney, Melbourne, Brisbane ຫຼື ເພີດເພີນໄປກັບການເດີນທາງໃນ Tokyo, Osaka, Seoul, Busan, Shanghai, Chengdu, Seam Reap ແລະ ອື່ນໆ ຫຼື ເພີດເພີນກັບງານເທດສະການຕ່າງໆໃນປະເທດອິນເດຍ ແລະ ອື່ນໆ. Vietjet ກໍມອບໃຫ້ທ່ານໄດ້ເລີ່ມການເດີນທາງຂອງທ່ານ ແລະ ຮ່ວມສະເຫຼີມສະຫຼອງເທດສະການທົ່ວໂລກດ້ວຍໂປຣໂມຊັນທີ່ໜ້າສົນໃຈຈາກພວກເຮົາ. ສຳຜັດປະສົບການ ການເດີນທາງໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິການດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ຊິມຣົດຊາດອາຫານຫວຽດນາມແຊບໆບໍ່ວ່າຈະເປັນ ເຝີ ແລະ ເຂົ້າຈີ່ຫວຽດນາມ.

ເພື່ອຄວາມສະດວກສະບາຍໃນການເດີນທາງຂອງທ່ານ, Vietjet ມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ. ສະເພາະສະມາຊິກຂອງ Vietjet SkyJoy ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມເຊັ່ນ: ອາຫານ, ເຄື່ອງດື່ມ ແລະ ອື່ນໆ. ຢ່າພາດໂອກາດດີໆແບບນີ້ ທ່ອງທ່ຽວທົ່ວໂລກກັບ Vietjet ດ້ວຍໂປຣໂມຊັນ “Real deal” ແລະ ເພີດເພີນກັບປະສົບການທີ່ໜ້າຈົດຈຳໄດ້ຕັ້ງແຕ່ມື້ນີ້. ຂໍ້ມູນເພີ່່ມຕື່http://xn--www-n2l.vietjetair.com/

(ຂ່າວ: ຕຸໄລເພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments