Monday, April 29, 2024
Homeຂ່າວໜ້າໜຶ່ງທ່ານ ບຸນທອງ ຈິດມະນີ ເນັ້ນຄະນະພັກທຸກຂັ້ນປະຕິບັດບັນດາມະຕິຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ

ທ່ານ ບຸນທອງ ຈິດມະນີ ເນັ້ນຄະນະພັກທຸກຂັ້ນປະຕິບັດບັນດາມະຕິຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ

ໃນວັນທີ 27 ມີນາ 2024 ທີ່ຫ້ອງວ່າການສູນກາງພັກ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ໃນຂອບເຂດທົ່ວປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາການນໍາຈາກກະຊວງ-ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ໃນຂອບເຂດທົ່ວປະເທດ, ໄດ້ຍົກໃຫ້ເຫັນຫຼາຍດ້ານເຊັ່ນ: ໝາກຜົນທີ່ໄດ້ຮັບ ໃນໄລຍະຜ່ານມາ, ດ້ານຕັ້ງໜ້າ, ຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນີ້, ກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລື ເພື່ອວາງທິດທາງ ແລະ ແຜນການວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໂດຍເອກະພາບກ່ຽວກັບ ມາດຕະການໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນໃນຕໍ່ໜ້າ.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຄະນະພັກແຕ່ລະຂັ້ນ ຈົ່ງໄດ້ພ້ອມກັນຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍ ແລະ ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ບັນດາມະຕິ, ຄຳສັ່ງ, ຄຳແນະນຳຕ່າງໆ ທີ່ຕິດພັນກັບວຽກງານດັ່ງກ່າວ, ພ້ອມກັນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ແລະ ເອົາໃຈໃສ່ ຊີ້ນຳ ລົງເລິກແຕ່ລະທິດທາງ ເພື່ອເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ຮາກຖານການເມືອງ ໃນສະເພາະໜ້າ ຕ້ອງໄດ້ມີແຜນແມ່ບົດ, ກຳນົດໂຄງການພັດທະນາຊົນນະບົດ ແລະ ຈຸດສຸມພັດທະນາ ຢ່າງຈະແຈ້ງ, ສອດຄ່ອງ ກັບແຕ່ລະບໍລິເວນ ແລະ ແຕ່ລະຊົນເຜົ່າ, ພ້ອມກັນຜັນຂະຫຍາຍວຽກງານ 3 ສ້າງ ກໍຄືການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ໃນລະບົບບໍລິຫານລັດ ໃນໄລຍະໃໝ່ ເປັນປັດໃຈພື້ນຖານອັນໜຶ່ງ ຄ້ຳປະກັນ ບົດບາດການນຳພາຂອງພັກ ທັງຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments