Saturday, July 27, 2024
Homeຂ່າວການເມືອງຫສນຍ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ແລະ ປະກາດການຈັດຕັ້ງ

ຫສນຍ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີປາຖະກະຖາເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ແລະ ປະກາດການນຳຂັ້ນສູງ ຂອງຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່ ແລະ ອອກພັກການ-ຮັບອຸດໜູນບຳນານ ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ລັດຖະມົນຕີ ປະຈຳສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາ-ຮັກສາການເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ປະທານ-ເລຂາອົງການຈັດຕັ້ງມະຫາຊົນ, ຕະຫລອດຮອດສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງການປາຖະກະຖາ ເອກະສານເສີມຂະຫຍາຍມູນເຊື້ອ ແຫ່ງການນຳພາຂອງພັກ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ຢ່າງແຂງແຮງ ແລະ ລົງເລິກ (ເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955 – ວັນທີ 22 ມີນາ 2024); ເອກະສານ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (ວັນທີ 21 ມີນາ 1946-ວັນທີ 21 ມີນາ 2024); ເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມສະຫລຸບວຽກງານການເງິນປະຈຳປີ 2023 ແລະ ທິດທາງແຜນການ ປີ 2024; ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ, ຈົດຈໍາບຸນຄຸນ, ມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ທັງສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານ ໃນຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງ, ຖືກຕ້ອງ ເກີດດອກອອກຜົນ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້.

ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດເຜີຍແຜ່ເອກະສານເສີມຂະຫຍາຍມູນເຊື້ອ ແຫ່ງການນຳພາຂອງພັກ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ຢ່າງແຂງແຮງ ແລະ ລົງເລິກ ເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຕົ້ນກໍາເນີດຂອງພັກ ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ສືບທອດພາລະກິດອັນມີກຽດສະຫງ່າຂອງພັກກອມມູນິດອິນດູຈີນ ມາຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ເຊິ່ງແມ່ນພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ, ພາຍຫລັງໄດ້ຮັບການສ້າງຕັ້ງ ພັກເຮົາກໍຜະເຊີນໜ້າກັບການຮຸກຮານຂອງພວກຈັກກະພັດ ແຕ່ຍ້ອນມີການນໍາພາ-ຊີ້ນຳຂອງພັກເຮົາ ທີ່ໄດ້ວາງແນວທາງອອກໃນແຕ່ລະໄລຍະຢ່າງຖືກຕ້ອງ, ທັນການ, ສົບທົບແໜ້ນກັບບັນດາຮູບການຕໍ່ສູ້ຢ່າງປີຊາສາມາດ, ຍາດເອົາໄຊຊະນະຢ່າງລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ສືບຕໍ່ນໍາພາຈັດຕັ້ງປະຕິບັດແນວ ທາງຂອງພັກຢ່າງມີຜົນສໍາເລັດ ແລະ ນໍາພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກຈັກກະພັດ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກ ກໍໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່; ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ຍາມໃດພັກເຮົາ ກໍຮັກສາໄດ້ທາດແທ້ມູນເຊື້ອປະຕິວັດອັນເດັດດ່ຽວໜຽວແໜ້ນ, ຜົນງານໄຊຊະນະ 69 ປີຜ່ານມາມີຄວາມໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດ, ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນພື້ນຖານ, ເສດຖະກິດ ສືບຕໍ່ມີການຂະຫຍາຍຕົວ.

ໂອກາດດຽວກັນ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ໃຫ້ກຽດປາຖະກະຖາ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ, ເຊິ່ງກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນເຖິງການນໍາພາ-ຊີ້ນໍາ, ຄວາມປີຊາສາມາດ ແລະ ຄວາມສະຫລາດຫລັກແຫລມຂອງພັກເຮົາ ໃນການປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າຢູ່ແຂວງຕ່າງໆ ລຸກຮືຂຶ້ນຢຶດອໍານາດການປົກຄອງ ຈາກຈັກກະພັດຜູ້ຮຸກຮານ; ມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄື ການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ, ນໍ້າໃຈເສຍສະຫລະອັນສູງສົ່ງຂອງບັນດານັກຮົບທີ່ໄດ້ອຸທິດຊີວິດຕົນ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫລາຍເຫດການປະຫວັດສາດ ຊຶ່ງປວງຊົນລາວທັງຊາດບໍ່ມີວັນລືມ.

ພ້ອມກັນນັ້ນ, ສະຫາຍ ຄຳລາວັນ ຈັນທະລາວັນ ໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມສະຫລຸບວຽກງານການເງິນປະຈຳປີ 2023 ແລະ ທິດທາງ ປີ 2024 ໂດຍສະເພາະ ກ່ຽວກັບເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫລື ເອີ້ນວ່າ “ສອຈ” ເຊິ່ິງໄດ້ຍົກໃຫ້ເຫັນ ການວາງນະໂຍບາຍຫັນປະເທດເຮົາ, ລະບົບເສດຖະກິດຂອງປະເທດເຮົາ ຈາກລະບອບເສດຖະກິດທີ່ເຕັມໄປດ້ວຍຄວາມເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບຄວາມເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ຕາມຫລັກວິທະຍາສາດ ທີ່ແທດເໝາະກັບສະພາບການຕົວຈິງຂອງປະເທດເຮົາ.

ຫລັງຈາກນັ້ນ, ກໍໄດ້ມີພິທີປະກາດການຈັດຕັ້ງການນໍາຂັ້ນສູງ ພາຍໃນ ຫສນຍ ໂດຍສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ສະຫາຍ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ໄປຮັບໜ້າທີ່ໃໝ່ຢູ່ອົງການກາແດງແຫ່ງຊາດລາວ ແລະ ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ, ໃນນັ້ນ ໄດ້ຕົກລົງອະນຸມັດໃຫ້ ສະຫາຍ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ອອກພັກການ-ຮັບອຸດໜູນບຳນານ.

ໃນຕອນທ້າຍ, ສະຫາຍ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ສອງສະຫາຍ ໂດຍສະເພາະ ສະຫາຍຜູ້ທີ່ໄດ້ຮັບອຸດໜູນບຳນານ ແມ່ນໄດ້ເຮັດໜ້າທີ່ສໍາເລັດສົມບູນ ຕາມການມອບໝາຍຂອງພັກ-ລັດ ເຊິ່ງຕະຫລອດໄລຍະການຈັດຕັ້ງປະຕິບັດໜ້າທີ່ວຽກງານ ນັບແຕ່ເປັນພະນັກງານວິຊາການ ຈົນກາຍເປັນພະນັກງານການນໍາຂັ້ນສູງ, ສະຫາຍເປັນພະນັກງານຜູ້ໜຶ່ງ ທີ່ໄດ້ຜ່ານຂະບວນການປະຕິບັດວຽກງານຕົວຈິງທຸກຂັ້ນຕອນ ດ້ວຍຄວາມຮູ້ຄວາມສາມາດ, ວິຊາສະເພາະທີ່ແນ່ນອນ, ໄດ້ຮັບຄວາມເຊື່ອໝັ້ນຈາກມະຫາຊົນ; ປະຕິບັດວຽກງານຕາມມອບໝາຍ ແລະ ມະຕິຕົກລົງ ຖ້າເຫັນບັນຫາໃດບໍ່ເຂົ້າໃຈ ກໍໄດ້ປຶກສາຫາລືແກ້ໄຂຮ່ວມກັບໝູ່ຄະນະ ໂດຍບໍ່ປະແກ່ຍາວເວລາ ເພື່ອເຮັດໃຫ້ວຽກຊັກຊ້າ; ມີຄວາມເຂັ້ມແຂງ ກ້າປະກອບຄໍາຄິດຄໍາເຫັນ ໃນເວທີຂັ້ນຕ່າງໆ ດ້ວຍເຫດ ແລະ ຜົນຕົວຈິງ. ສໍາລັບສະຫາຍທີ່ ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ ເປັນພະນັກງານການນໍາຜູ້ໜຶ່ງ ທີ່ບໍ່ເລືອກວຽກປະຕິບັດ ມີຜົນງານພົ້ນເດັ່ນຫລາຍດ້ານ ຍ້ອນໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ຈາກການນຳຂັ້ນເທິງ ຈຶ່ງໄດ້ໄປຮັບໜ້າທີ່ໃໝ່ຢູ່ອົງການກາແດງແຫ່ງຊາດລາວ ເຊິ່ງເປັນອົງການໜຶ່ງທີ່ສຳຄັນຫລາຍ ໂດຍສະເພາະ ການຊ່ວຍເຫລືອທາງດ້ານມະນຸດສະທໍາ. ສະນັ້ນ, ສະເໜີ ໃຫ້ສືບຕໍ່ສ້າງ ໃຫ້ເປັນອົງການມະນຸດສະທຳຢ່າງແທ້ຈິງ ຄຽງຄູ່ກັບການເພີ່ມທະວີສ້າງຄວາມເຊື່ອໝັ້ນໃຫ້ສາກົນ ຫລາຍຂຶ້ນ, ສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງນຳໜ້າຂອງພັກ, ຍົກສູງຄວາມສາມາດ ໃນການນໍາພາ ແລະ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ;​ ສືບຕໍ່ນໍາພາ-ຊີ້ນໍາ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂົງເຂດຄວາມຮັບຜິດຊອບຂອງຕົນ ກໍຄື ການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ຕາມທິດ 3 ຂອງຫັນ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ນັບມື້ໃຫ້ມີຜົນສຳເລັດ ເປັນກ້າວໆ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments