Saturday, July 27, 2024
Homeຂ່າວພາຍໃນພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກັບ ບໍລິສັດ ລາວເວີນ ສະຫວັນ ຈຳກັດ...

ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກັບ ບໍລິສັດ ລາວເວີນ ສະຫວັນ ຈຳກັດ ຮ່ວມຜັກດັນໃຫ້ສູນການຄ້າ ສະຫວັນ-ໄອເຕັກ ເປັນອັນດັບໜຶ່ງດ້ານສູນວາງສະແດງສິນຄ້າ-ທີ່ພັກອາໄສ

ວັນທີ 27 ມີນາ 2024 ທີ່ຫ້ອງປະຊຸມສະຫວັນ-ໄອເຕັກ, ໄດ້ມີພິທີເຊັນສັນຍາການຮ່ວມມືວ່າດ້ວຍ ການຮ່ວມມືຈັດງານວາງສະແດງສິນຄ້າ ແລະ ການລະດົມທຶນສຳປະທານເຊົ່າພື້ນທີ່ ລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ກັບ ບໍລິສັດ ລາວເວີນ ສະຫວັນ ຈໍາກັດ, ເຂົ້າຮ່ວມໃນພິທີມີ ທ່ານ ປອ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ທ່ານ ນາງ ສີພອນຄໍາ ດວງດາລາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

 ທ່ານ ນາງ ສີພອນຄໍາ ດວງດາລາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ຍົກໃຫ້ເຫັນວ່າ: ທາງບໍລິສັດ ລາວເວີນ ສະຫວັນ ຈຳກັດ ໄດ້ຮັບຄວາມໄວ້ວາງໃຈ, ໄດ້ຮັບໂອກາດອັນດີ ແລະ ໄດ້ຮັບມອບໝາຍ ພາລະກິດໜ້າທີ່ອັນຍິ່ງໃຫຍ່ ແລະ ສຳຄັນ ໃນການປະກອບສ່ວນຮ່ວມ ພັດທະນາ ດ້ານຂະແໜງການເສດຖະກິດການຄ້າ, ດ້ານວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງສະຫວັນນະເຂດ. ໃນນີ້ ບໍລິສັດ ລາວເວີນ ສະຫວັນ ປະກອບມີ 2 ອາຄານຄື: ອາຄານສູນການຄ້າ ສະຫວັນ-ໄອເຕັກ ທີ່ເປັນແຫຼ່ງສູນລວມຂອງການບໍລິການ, ການສະໜອງສິນຄ້າ ອຸປະໂພກ, ບໍລິໂພກ ແລະ ອີກອາຄານ ຄື ສູນວາງສະແດງສິນຄ້າ ເຊິ່ງເປັນສະຖານທີ່ຈັດງານຕ່າງໆທີ່ມີຄວາມພ້ອມ, ສີ່ງອຳນວຍຄວາມສະດວກໄວ້ຄອຍບໍລິການລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ ຄົບຈົບໃນບ່ອນດຽວທີ່ໃຫຍ່ທີ່ສຸດໃນແຂວງສະຫວັນນະເຂດ. ທາງບໍລິສັດມຸ່ງເນັ້ນ ໃນການພັດທະນາ ພາຍໃຕ້ວິໄສທັດ “ ເປັນອັນດັບໜຶ່ງດ້ານສູນວາງສະແດງສິນຄ້າ, ສູນການຄ້າ ແລະ ການບໍລິການ ທີ່ພັກອາໄສ ທີ່ມວນຊົນມາໃຊ້ບໍລິການຫຼາຍທີ່ສຸດໃນແຂວງສະຫວັນນະເຂດ ”

ອາຄານວາງສະແດງ ມີເນື້ອທີ່ໃຫ້ເຊົ່າທັງໝົດ 62 ພັນ 939 ຕາແມັດ ລວມມີ ສະຖານທີ່ ສຳລັບຈັດງານວາງສະແດງສິນຄ້າ ທີ່ສາມາດບັນຈຸຄົນ ໄດ້ທັງໝົດ 14 ພັນ 400 ຄົນ ແລະ ສະຖານທີ່ຈັດງານລ້ຽງ ງານສ້າງສັນຕ່າງໆ ສາມາດບັນຈຸຄົນໄດ້ທັງໝົດ 1 ພັນ 300 ຄົນ. ນອກຈາກນີ້ ຍັງມີສູນການຄ້າ ສະຫວັນ-ໄອເຕັກມໍ ເຊິ່ງເປັນ 6 ຊັ້ນ ເໝາະແກ່ການດຳເນີນທຸລະກິດໃນທຸກໆປະເພດ, ຮ້ານຄ້າຍ່ອຍ, ສຳນັກງານຫ້ອງການ, ສູນຄວາມງາມ ແລະ ອື່ນໆ. ພິເສດໄປກວ່ານັ້ນ ແມ່ນພາຍໃນຕຶກອາຄານ ຊັ້ນ 4 ແລະ 5 ຍັງມີໂຮງແຮມທີ່ມີຫ້ອງພັກຫຼາຍເຖິງ 112 ຫ້ອງ ມີຫຼາກຫຼາຍປະເພດ ທີ່ໄວ້ຄອຍບໍລິການບັນດາລູກຄ້າທົ່ວໄປ, ບັນດານັກທ່ອງທ່ຽວ. ໃນ ຊັ້ນ 6 ຍັງມີພື້ນທີ່ເຊົ່າສຳປະທານ ສຳລັບການເປີດກິດຈະການ ສູນໂບລິ້ງ ແລະ ໂຮງສາຍຮູບເງົາ ອີກດ້ວຍ.

ອີກທັງ ໄດ້ກ່າວສະແດງຄວາມຂອບໃຈ ທີ່ໄດ້ຮັບຄວາມໄວ້ວາງໃຈ, ໄດ້ຮັບໂອກາດອັນດີ ແລະ ໄດ້ຮັບມອບໝາຍ ພາລະກິດໜ້າທີ່ອັນຍິ່ງໃຫຍ່ ຈາກທາງຄະນະການນຳພັກແຂວງສະຫວັນນະເຂດ, ໃນການຄັດເລືອກ ເອົາສູນການຄ້າ ສະຫວັນ-ໄອເຕັກ ເປັນສະຖານທີ່ໃນການຈັດງານທີ່ຍິ່ງໃຫຍ່ ແລະ ສຳຄັນທີ່ສຸດໃນແຂວງ ພ້ອມທັງ ໃຫ້ການຊ່ວຍເຫຼືອຊຸກຍູ້ ແລະ ຮ່ວມມື ໃນການຈັດງານວາງສະແດງສິນຄ້າ ແລະ ການຊ່ວຍລະດົມທຶນສຳປະທານເຊົ່າພື້ນທີ່.

ໂອກາດດຽວກັນນີ້ ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຮອງຜູ້ອໍານວຍການໃຫຍ່ ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ ຍັງໄດ້ໃຫ້ສໍາພາດກ່ຽວກັບທຸລະກິດບໍລິການທີ່ມີໃນສູນການຄ້າ ສະຫວັນ-ໄອເຕັກ ໂດຍສະເພາະພາຍໃນປີ 2024ນີ້ ຈະມີການຈັດກິດຈະກໍາທີ່ຫຼາກຫຼາຍຕະຫຼອດທັງປີ ຕ້ອນຮັບປີທ່ອງທ່ຽວລາວ ເພື່ອສົ່ງເສີມທຸລະກິດທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ແລະ ສໍາລັບຜູ້ທີ່ມີຄວາມສົນໃຈຢາກຈະຈອງຫ້ອງພັກ ຫຼື ເຊົ່າສະຖານທີ່ຈັດງານ, ຈັດກິດຈະກໍາ ແມ່ນສາມາດຕິດຕໍ່ຫາເບີຫ້ອງການ ສະຫວັນ-ໄອເຕັກ ທີ່ເບີ 020 94447424

ຂ່າວ-ພາບ: ອັກສອນສິນ ພົມມະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments