Saturday, July 27, 2024
Homeຂ່າວຕ່າງປະເທດລາຄາທີ່ດິນໃນຍີ່ປຸ່ນ ເພີ່ມຂຶ້ນ 3 ປີ ຕິດຕໍ່ກັນ

ລາຄາທີ່ດິນໃນຍີ່ປຸ່ນ ເພີ່ມຂຶ້ນ 3 ປີ ຕິດຕໍ່ກັນ

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ ວັນທີ 27 ມີນານີ້ ກະຊວງທີ່ດິນພື້ນຖານໂຄງລາງ ແລະ ການຂົນສົ່ງຂອງຍີ່ປຸ່ນ ເປີດເຜີຍວ່າ: ລາຄາທີ່ດິນໃນຍີ່ປຸ່ນ ເພີ່ມຂຶ້ນ 2,3% ໃນປີ 2023 ຊຶ່ງເພີ່ມຂຶ້ນເປັນປີທີ່ 3 ຕິດຕໍ່ກັນ ຫລັງຈາກການສຳຫລວດສະຖານທີ່ ປະມານ 26.000ແຫ່ງ ທົ່ວຍີ່ປຸ່ນ ເມື່ອນັບເຖິງເດືອນມີນາ ປີນີ້ພົບວ່າລາຄາປະເມີນທີ່ດິນ ສະເລ່ຍ ເພີ່ມຂຶ້ນນີ້ສູງກວ່າ ການປັບເພີ່ມຂຶ້ນ 1,6%ໃນປີກ່ອນ ແລະ ກັບໄປສູ່ລະດັບ ກ່ອນເກີດ ພະຍາດ ລະບາດ ຄັ້ງໃຫຍ່ ໂດຍລາຄາທີ່ດິນ ສຳລັບທີ່ຢູ່ອາໄສ ເພີ່ມຂຶ້ນ 2% ສ່ວນລາຄາທີ່ດິນ ສຳລັບໃຊ້ທາງການຄ້າ ເພີ່ມຂຶ້ນ 3,1%.ສຳລັບ ລາຄາທີ່ດິນໃນເຂດຕົວເມືອງໃຫຍ່ ທີ່ສຸດ 3ແຫ່ງຄື: ນະຄອນຫລວງໂຕກຽວ, ໂອຊາກາ ແລະ ນາໂກຍາ ເພີ່ມຂຶ້ນ 2,8%. ຂະນະທີ່ລາຄາທີ່ດິນໃນເມືອງຊັບໂປໂຣ, ເຊັນໄດ, ຮິໂຣຊິມາ ແລະ ຟຸກຸໂອກະ ເພີ່ມຂຶ້ນ 7%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments