Sunday, September 8, 2024
Homeຂ່າວຕ່າງປະເທດລົດໄຟຟ້າວິນຟາສ ສ້າງຄວາມປະທັບໃຈໃນງານວາງສະແດງລົດໂອໂຕສາກົນ

ລົດໄຟຟ້າວິນຟາສ ສ້າງຄວາມປະທັບໃຈໃນງານວາງສະແດງລົດໂອໂຕສາກົນ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ງານວາງສະແດງ BIMS 2024 ເປັນຄັ້ງທໍາອິດທີ່ VinFast ໄດ້ແນະນຳບັນດາ ຜະລິດຕະພັນລົດໂອໂຕ ໄຟຟ້າ ທີ່ໄດ້ຜະລິດ ຢ່າງສໍາເລັດ ບໍລິບຸນ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້, ພິເສດ ແມ່ນລົດ ກະບະໄຟຟ້າ VF Wild, ທີ່ເຄີຍສ້າງ ຄວາມປະທັບໃຈ ຢ່າງແຮງ ໃນງານວາງສະແດງ ເອເລັກໂຕນິກ ການໃຊ້ສອຍ (CES 2024) ໃນຕົ້ນເດືອນ ມັງກອນ 2024 ຢູ່ ສ.ອາເມລິກາ. ດ້ວຍຫົວຂໍ້ “ການເຄື່ອນໄຫວ ພ້ອມດ້ວຍ ການຄົ້ນຫາ ທີ່ຈັບໃຈ”, ງານວາງສະແດງ ລົດໂອໂຕສາກົນ ບາງກອກ (BIMS) 2024 ຖືກໄຂຂຶ້ນຢ່າງ ເປັນທາງການ ເມື່ອບໍ່ດົນມານີ້ ຢູ່ສູນວາງສະແດງ ຫໍປະຊຸມ Impact, ປະເທດ ໄທ, ຊຶ່ງເປັນຄັ້ງ ທຳອິດ ທີ່ເຄື່ອງໝາຍ ການຄ້າ ລົດໄຟຟ້າ ຫວຽດນາມ VinFast Auto ໄດ້ປະກົດມີຢູ່ ງານວາງສະແດງນີ້ ດ້ວຍການເປີດໂຕ ຢ່າງຈັບອົກຈັບໃຈ.ທ່ານ ເລຫຶວຝຸກ, ທີ່ປຶກສາ ດ້ານການຄ້າ ຫວຽດນາມ ປະຈຳ ໄທ ໃຫ້ຂໍ້ສັງເກດວ່າ: ຕະຫລາດໄທ ແມ່ນຕະຫລາດ ທີ່ພັດທະນາ ທີ່ສຸດກ່ຽວກັບ ຂົງເຂດ ລົດໂອໂຕ ໃນພາກພື້ນ ກໍຄື ອາຊີ. ດັ່ງນັ້ນ, ເລື່ອງ VinFast ເຂົ້າຮ່ວມ ງານວາງສະແດງນີ້ ເປັນຄັ້ງທໍາອິດນັ້ນ ໄດ້ສ້າງຂີດໝາຍ ແກ່ບາດກ້າວ ພັດທະນາ ໃດໜຶ່ງຂອງ VinFast ເວົ້າລວມ ແລະ ຂອງຂະແໜງ ອຸດສາຫະກຳ ຫວຽດນາມ ເວົ້າສະເພາະ. ງານວາງສະແດງ BIMS 2024 ດຳເນີນໄປ ແຕ່ວັນທີ 26ມີນາ ຈົນເຖິງວັນທີ 7 ເມສາ ປີນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments