Wednesday, May 15, 2024
Homeຂ່າວຕ່າງປະເທດເສດຖະກິດອາຊີ ຈະຂະຫຍາຍຕົວປະມານ 4,5% ໃນປີນີ້

ເສດຖະກິດອາຊີ ຈະຂະຫຍາຍຕົວປະມານ 4,5% ໃນປີນີ້

ຕາມຂ່າວຈາກຊິນຮວາ ຂອງ ສປ ຈີນ, ກອງ​ປະ​ຊຸມອາຊີໂປ໋ອ໋າວ (BFA) ປະຈຳປີ 2024 ໃນເມືອງໂປ໋ອ໋າວ ແຂວງໄຫ່ໜານ (ໄຫຫລຳ) ທາງພາກ​ໃຕ້​ ຂອງ ສປ ​ຈີນ ໄດ້ເຜີຍແຜ່ບົດ​ລາຍ​ງານ​ ກ່ຽວ​ກັບ ​ທ່າ​ອ່ຽງ ​ເສດຖະກິດ ​ແລະ​ ຄວາມ​ຄືບ​ໜ້າ ​ຂອງ​ການ​ເຊື່ອມ​ໂຍງ ​ເຂົ້າ​ກັບ ​ອາຊີ ​ຊຶ່ງຄາດວ່າ ​ເສດຖະກິດ ​ອາຊີ​ ຈະ​ຂະຫຍາຍຕົວ 4,5%​ໃນ​ປີ 2024ຫລາຍກວ່າ ​ຕົວ​ເລກ ​ໃນ​ປີ 2023 ​ແລະ​ ຈະຍັງຄົງ ມີການສົ່ງເສີມ ການຂະຫຍາຍຕົວ ຂອງເສດຖະກິດໂລກຫລາຍທີ່ສຸດ. ເຖິງຢ່າງໃດກໍ່ຕາມເສດຖະກິດ ​ອາຊີ ​ຈະ​ຮັກສາ ​ອັດຕາ ​ການ​ເຕີບ​ໂຕ ​ທີ່​ຂ້ອນ​ຂ້າງ​ສູງດ້ວຍ​ແຮງ ​ສະໜັບ ສະໜູນ​ ຈາກ​ພາກບໍລິໂພກ ທີ່​ຂ້ອນ​ຂ້າງ​ ແຂງ​ແຮງ ​ແລະ ນະ​ໂຍບາຍ ​ງົບປະມານ ​ທີ່​ເຂັ້ມແຂງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments