Saturday, July 27, 2024
Homeຂ່າວພາຍໃນການປົກປ້ອງທາງສັງຄົມແບບມີສ່ວນຮ່ວມຂອງຄົນພິການ ໃນ ສປປ ລາວ

ການປົກປ້ອງທາງສັງຄົມແບບມີສ່ວນຮ່ວມຂອງຄົນພິການ ໃນ ສປປ ລາວ

ຄະນະກຳມະການແຫ່ງຊາດເພື່ອຄົນພິການ, ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຮ່ວມກັບບັນດາອົງການຈັດຕັ້ງຂອງຄົນພິການ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ. ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບນະໂຍບາຍດ້ານວຽກງານຄົນພິການປະຈຳປີ ຄັ້ງທີ 3 ຂຶ້ນໃນວັນທີ 26 ມີນາ ນີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໃນຫົວຂໍ້: ການປົກປ້ອງທາງສັງຄົມແບບມີສ່ວນຮ່ວມຂອງຄົນພິການ ໃນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ຫຼວງຣາຊ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ຮອງຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ; ທ່ານ ໄມໂຄ ໂຣນນິງ (Michael Ronning) ຜູ້ຕາງໜ້າອົງການພັດທະນາສາກົນ ຂອງສະຫະລັດອາເມຣິກາ (USAID) ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍຕ່າງໆ ທີ່ມີຕໍ່ຄົນພິການຢູ່ໃນ ສປປ ລາວ ແລະ ຊອກຫາວິທີໃນການສົ່ງເສີມການມີສ່ວນຮ່ວມຂອງເຂົາເຈົ້າເຂົ້າໃນການພັດທະນາປະເທດຊາດ. ເຖິງແມ່ນວ່າຂໍ້ມູນການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ທົ່ວປະເທດ ປີ 2015 ໄດ້ສະແດງໃຫ້ເຫັນວ່າ ມີຈໍານວນຄົນພິການຢູ່ ໃນ ສປປ ລາວ ພຽງແຕ່ 2,77%, ຂໍ້ມູນການສໍາຫຼວດຂອງອົງການອະນາໄມໂລກ (WHO) ໃນປີ 2019 ກໍໄດ້ສະແດງໃຫ້ເຫັນວ່າ ປະມານ 23% ຂອງຈຳນວນປະຊາກອນຜູ້ໃຫຍ່ແມ່ນມີຄວາມເປັນພິການທີ່ຮຸນແຮງ. ສປປ ລາວ ໄດ້ມີບັນດານິຕິກຳ ແລະ ນະໂຍບາຍຕ່າງໆ ເພື່ອຮັບປະກັນການມີສ່ວນຮ່ວມຂອງຄົນພິການເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລ້ວກໍຕາມ, ແຕ່ວ່າຄົນພິການກໍຍັງບໍ່ທັນໄດ້ມີສ່ວນຮ່ວມໃນວຽກງານການພັດທະນາທີ່ສໍາຄັນຕ່າງໆ ໃນ ສປປ ລາວ ເທົ່າທີ່ຄວນ.

ພ້ອມນີ້ ບັນດາຄູ່ຮ່ວມພັດທະນາ ໄດ້ແລກປ່ຽນປະສົບການ ແລະ ແນວຄວາມຄິດ ເພື່ອກຳນົດທິດທາງ ແລະ ແກ້ໄຂສິ່ງກີດຂວາງຕ່າງໆ ທີ່ຄົນພິການພວມພົບພໍ້, ເພື່ອອຳນວຍຄວາມສະດວກໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ ແລະ ໄດ້ຮັບຜົນປະໂຫຍດຈາກລະບົບການປົກປ້ອງທາງສັງຄົມບົນພື້ນຖານຄວາມເທົ່າທຽມກັນກັບຜູ້ທີ່ບໍ່ມີຄວາມເປັນພິການ. ເພື່ອປຶກສາຫາລືບັນດາບັນຫາສຳຄັນທີ່ກ່ຽວຂ້ອງກັບວຽກງານ ການປົກປ້ອງທາງສັງຄົມ ແບບມີສ່ວນຮ່ວມຂອງຄົນພິການ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະ ໜູນທາງດ້ານວິຊາການ ແລະ ງົບປະມານ ໂດຍໂຄງການໂອກາດ (USAID Okard).

ຂ່າວ: ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ (HI)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments