Wednesday, May 15, 2024
Homeຂ່າວພາຍໃນນະຄອນຫຼວງວຽງຈັນ-ສ.ກູບາ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ນະຄອນຫຼວງວຽງຈັນ-ສ.ກູບາ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ວັນທີ 26 ມີນາ 2024 ຢູ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ແອນນາ ເອັດສເຕີ ວຽນທ໌ ວານເດັດສ ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ກູບາປະຈໍາ ສປປ ລາວ ເຊິ່ງການເຂົ້າຢ້ຽມຄຳນັບເທື່ອນີ້ ເພື່ອປືກສາຫາລືສືບຕໍ່ການພົວພັນຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ສ.ກູບາໃນຕໍ່ໜ້າໃຫ້ມີຜົນສຳເລັດ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ນາງ ແອນນາ ເອັດສເຕີ ວຽນທ໌ ວານເດັດສ ພ້ອມຄະນະ ທີ່ມາປືກຫາລືການສືບຕໍ່ພົວພັນຮ່ວມມື ກັບນະຄອນຫຼວງວຽງຈັນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍຮັດແໜ້ນສາຍສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ບົນພືິິ້ນຖານແຫ່ງຄວາມເຂົ້າໃຈຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງການພົວພັນການຮ່ວມມືລະຫວ່າງສອງປະເທດ ກໍຄື ນະຄອນຫຼວງວຽງຈັນ ແລະ ສ.ກູບາ ໄລຍະຜ່ານມາໄດ້ມີ ການສືບຕໍ່ພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍດ້ານ ເປັນຕົ້ນດ້ານເສດຖະກິດ ການສຶກສາ ສາທາລະນະສຸກ ກະສິກໍາ ວັດທະນະທໍາສັງຄົມ ແລະ ດ້ານອື່ນໆນຳກັນຕະຫຼອດມາ ພ້ອມນີ້ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມ ມື ໂດຍສະເພາະ ສະໜັບສະໜູນຊ່ວຍເຫຼືອນະຄອນຫຼວງວຽງຈັນ ຂອງ ສ.ກູບາ ໃນດ້ານການພັດທະນາຕ່າງໆ ເປັນຕົ້ນການສົ່ງເສີມວຽກງານສຶກສາ ສາທາລະນະສຸກ ການທ່ອງທ່ຽວ ກະສິກຳ-ປ່າໄມ້ ແລະ ດ້ານອື່ນໆ ອັນໄດ້ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.

ໃນຕອນທ້າຍທ່ານ ນາງ ນາງ ແອນນາ ເອັດສເຕີ ວຽນທ໌ ວານເດັດສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືຂອງສອງຝ່າຍໃຫ້ນັບມື້ແຕກດອກອອກຜົນ ແລະ ມີຜົນສຳເລັດຍິ່ງຂຶ້ນ.

…………………………………………..

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments