Home ຂ່າວພາຍໃນ ປີຜ່ານມາ ກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດ ຄົ້ນຫາບັນດາເຫດການຕາມການສະເໜີ 87 ເລື່ອງ ສາມາດພົບເຫັນ 38 ເລື່ອງ

ປີຜ່ານມາ ກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດ ຄົ້ນຫາບັນດາເຫດການຕາມການສະເໜີ 87 ເລື່ອງ ສາມາດພົບເຫັນ 38 ເລື່ອງ

0

ປີ 2023 ຜ່ານມານີ້, ກົມຕຳຫຼວດຄວບຄຸມລະບົບກ້ອງວົງຈອນປິດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຄົ້ນຫາບັນດາເຫດການຕ່າງໆ ຕາມການສະເໜີຂອງກົມວິຊາສະເພາະ ແລະ ພາກສ່ວນກ່ຽວຂ້ອງ, ເບິ່ງເຫດການທີ່ເກີດຂຶ້ນຜ່ານກ້ອງວົງຈອນປິດ ມີທັງໝົດ 87 ເລື່ອງ ແລະ ສາມາດພົບເຫັນໄດ້ 38 ເລື່ອງ, ອຸບັດຕິເຫດ 43 ເລື່ອງ, ລັກຊັບ 20 ເລື່ອງ, ຊີງຊັບ 2 ເລື່ອງ, ສໍ້ໂກງຊັບ 1 ກໍລະນີ, ປຸ້ນຊັບ 2 ກໍລະນີ, ຕິດຕາມເປົ້າໝາຍ 13 ເລື່ອງ, ທໍາຮ້າຍຮ່າງກາຍ 1 ກໍລະນີ, ທໍາລາຍຊັບ 2 ກໍລະນີ, ລັກ ພາໂຕ 1 ເລື່ອງ, ອັກຄີໄພ 1 ເລື່ອງ, ເຄື່ອງຕົກເຮ່ຍ 3 ເລື່ອງ ແລ ໄດ້ສະໜອງຂໍ້ມູນທີ່ເປັນປະໂຫຍດຕໍ່ກັບການສືບສວນ- ສອບ ສວນ ໃຫ້ກົມວິຊາສະເພາະ ເພື່ອມ້າງຄະດີທັງໝົດ 20 ເລື່ອງ; ໃນນີ້, ພົ້ນເດັ່ນມີ 9 ເລື່ອງ.

ປັດຈຸບັນ, ທົ່ວປະເທດ ມີທັງໝົດ 1.367 ກ້ອງ, ຕິດຂັດ 224 ກ້ອງ; ໃນນີ້, ໃນນະຄອນຫຼວງວຽງຈັນ ມີ 47 ຈຸດ, ມີ 1.152 ກ້ອງ, ແຂວງຊຽງຂວາງ ມີ 215 ກ້ອງ.

ຂໍ້ມູນດັ່ງກ່າວໄດ້ຈາກກອງປະຊຸມສະຫຼຸບວຽກງານຄວບຄຸມລະບົບກ້ອງວົງຈອນປິດ ປະຈໍາປີ 2023 ແລະ ທິດທາງແຜນ ການ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 22 ມີ ນາ 2024 ທີ່ນະ ຄອນຫລວງວຽງຈັນ ໂດຍການເປັນປະ ທານຂອງ ພັອ ສົມພຽນ ມີທາຮັກ, ຮັກສາການ ຫົວໜ້າກົມຕໍາຫຼວດຄວບຄຸມລະບົບກ້ອງວົງຈອນປິດ.

Cr: ຄວາມສະຫງົບ Lao Security News

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version