Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ກໍາປູເຈຍ ຕ້ອນຮັບ ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ກໍາປູເຈຍ ຕ້ອນຮັບ ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງເຂົ້າຢ້ຽມຂ່ຳນັບ

ໃນຕອນແລງຂອງວັນທີ 25 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ນໍາພາຄະນະສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ເຂົ້າຢ້ຽມຂໍ່ານັບ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດນີ້, ທ່ານປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ສະແດງຄວາມຂອບໃຈ ແລະ ເປັນກຽດຢ່າງສູງທີ່ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ, ພ້ອມທັງ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຖານບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຂອງສອງປະເທດ, ກໍຄື ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.

ພ້ອມນັ້ນ, ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ປະຊາຊົນກຳປູເຈຍ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນມີການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 7 ແລະ ການສ້າງຕັ້ງຄະນະລັດຖະບານຊຸດໃໝ່ຂອງ ກຳປູເຈຍ ໂດຍມີ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ເປັນນາຍົກລັດຖະມົນຕີ. ພ້ອມນັ້ນ, ກໍໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ ຊຶ່ງສະມາຄົມມິດຕະພາບ ລາວ-ກໍາປູເຈຍ ໄດ້ພົວພັນຮ່ວມມືກັບ ສະມາຄົມມິດຕະພາບ ກໍາປູເຈຍ-ລາວ, ສອງສະມາຄົມມິດຕະພາບ ໄດ້ມີກົນໄກປະສານງານ, ພົວພັນຮ່ວມມືນໍາກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ໄດ້ມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ. ນອກນັ້ນ, ສອງສະມາຄົມມິດຕະພາບ ຍັງໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ການພົວພັນຮ່ວມມື ແລະ ໄປມາຫາສູ່ກັນລະຫວ່າງປະຊາຊົນຕາມເຂດຊາຍແດນ, ສະໜັບສະໜູນການຮ່ວມມືຂະແໜ່ງການຕ່າງໆ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ.

ໃນໂອກາດດຽວກັນນີ້, ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາເນັດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງສອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໃນໄລຍະຜ່ານມາ, ພ້ອມທັງ ມີຄໍາຄິດເຫັນແນະນໍາ ໃຫ້ສະມາຄົມມິດຕະພາບ ລາວ-ກໍາປູເຈຍ ເຄື່ອນໄຫວຕາມພາລະບົດບາດ ເພື່ອສືບຕໍ່ຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊຸກຍູ້ການໄປມາຫາສູ່ກັນ, ການຮ່ວມມືລະຫວ່າງປະຊາຊົນ ໂດຍສະເພາະ ເຂດຊາຍແດນ ເພື່ອສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາ ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ກໍາປູເຈຍ-ລາວ ໃຫ້ນັບມື້ຫຼາຍຂຶ້ນ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments