Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື

ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບ ຢ່າງເປັນທາງການຕໍ່ ສົມເດັດ ນາຍົກລັດຖະມົນຕີ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງຣາຊະອານາຈັກ ກໍາປູເຈຍ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 25 ມີນາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ ໂດຍການຕ້ອນຮັບຂອງທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ.

ຈາກນັ້ນ, ກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້ ເຊິ່ງມີຄວາມໝາຍສໍາຄັນຕໍ່ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ ແລະ ກໍາປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານອ້າຍເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ, ທັງຍັງເປັນການຢ້ຽມຢາມ ແລະ ພົບປະຢ່າງເປັນທາງການຄັ້ງທຳອິດ ພາຍຫລັງທີ່ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໄດ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກກໍາປູເຈຍ, ເຖິງວ່າຜ່ານມາໄດ້ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນມາແລ້ວຫລາຍຄັ້ງແລ້ວກໍຕາມ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນຄືນອີກເທື່ອໜຶ່ງ ເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງ ອັນສະເໝີຕົ້ນສະເໝີປາຍ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ຈະໄດ້ຮ່ວມເຮັດວຽກກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນສູງສຸດ, ພ້ອມທັງໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາ​ຜົນສຳ​ເລັດ​ອັນໃຫຍ່ຫລວງໃນຫລາຍດ້ານ ​ທີ່​ປະຊາຊົນ​ກໍາປູເຈຍຍາດ​ມາ​ໄດ້​​ ພາຍ​ໃຕ້​ການ​ນຳພາ​ອັນປີຊາສາມາດ ຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໃນ​ໄລຍະຜ່ານ​ມາ. ພິເສດ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍກໍາປູເຈຍ ກໍຄື ພັກປະຊາຊົນກໍາປູເຈຍ ທີ່ສາມາດຍາດເອົາໄຊຊະນະ ໃນການເລືອກຕັ້ງສະມາຊິກສະພາສູງສະໄໝທີ 5 ໃນວັນທີ 25 ກຸມພາ 2024 ທີ່ຜ່ານມາ ຢ່າງຖ້ວມລົ້ນເຖິງ 55 ບ່ອນນັ່ງ ໃນຈໍານວນ 58 ບ່ອນນັ່ງຢູ່ສະພາສູງ.

ໃນໂອກາດດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆຕະຫລອດມາ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ເປັນເອກະພາບກັນຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ທີ່ຍົກລະດັບການພົວພັນອັນດີດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກເທື່ອໃໝ່ ແລະ ການລົງນາມໃນແຜນປະຕິບັດງານຮ່ວມ (Action Plan) ໄດ້ເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືກັນ ຂອງທຸກຂະແໜງການ, ທັງຍັງເປັນການສ້າງເງື່ອນໄຂທີ່ເປັນພື້ນຖານ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ເປັນຮູບປະທໍາຫລາຍຂຶ້ນ, ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍໃນຫລາຍດ້ານສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເປັນຕົ້ນ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານວຽກງານຊາຍແດນ, ດ້ານ​ເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານພະລັງງານໄຟຟ້າ, ດ້ານການເງິນ, ດ້ານວັດທະນະທໍາ-ສັງຄັມ-ການທ່ອງທ່ຽວ ແລະ ອື່ນໆ. ໃນຂະນະດຽວກັນ, ການພົວພັນຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ກໍໄດ້ສືບຕໍ່ຮັດແໜ້ນ ແລະ ຍັງໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໂດຍສະເພາະ ຂອບການຮ່ວມມື CLV, CLMV, ແອັກແມັກ (ACMECS) ແລະ ຂອບການຮ່ວມມືອາຊຽນ.

ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ຢ່າງແທ້ຈິງ, ພ້ອມທັງສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງໄດ້ສະແດງຄວາມຢືນຢັນຄືນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສປປ ລາວ ໂດຍສະເພາະ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍສູງ.

ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດຫາເວລາອັນເໝາະສົມໄປຢ້ຽມຢາມ ກໍາປູເຈຍ ຕາມການເຊື້ອເຊີນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະຫລອດມາ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 3 ສະບັບ ຄື: ສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; ບົດບັນທຶກການແລກປ່ຽນສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ແລະ ສັນຍາ ວ່າດ້ວຍ ການຮ່ວມມືທາງດ້ານພະລັງງານ ໄລຍະ II ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກ ກຳປູເຈຍ. ພ້ອມກັນນີ້, ສອງຝ່າຍກໍໄດ້ເປັນສັກຂີພິຍານ ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: ບໍລິສັດ ລັດວິສາຫະກິດໄຟຟ້າລາວ: ບົດບັນທຶກຄວາມເຂົ້າໃຈໂຄງການພະລັງງານສະອາດ ແບບປະສົມປະສານຈາກເຂື່ອນໄຟຟ້າ, ໂຄງການຄວາມຮ້ອນໃຕ້ດິນ ແລະ ໂຄງການພະລັງງານທົດແທນ ແລະ ການສຶກສາຄວາມເປັນໄປໄດ້ ຂອງໂຄງການເຊກອງຕອນລຸ່ມ I ແລະ ໂຄງການເຊກອງຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່ ແລະ ກຸ່ມບໍລິສັດພົງຊັບທະວີ ຈຳກັດ: ບົດບັນທຶກຄວາມເຂົ້າໃຈ ໂຄງການເຂື່ອນໄຟຟ້າເຊຂະໝານ 2 ແລະ ໂຄງການພະລັງງານລົມ.

ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຍັງໄດ້ມອບ “ຮູບແບບຫລັກໝາຍຊາຍແດນ” ໃຫ້ແກ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນທີ່ລະນຶກ.

ຫລັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນຖະແຫລງຂ່າວຕໍ່ບັນດາສື່ມວນຊົນຂອງທັງສອງຝ່າຍ ເພື່ອແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການພົບປະສອງຝ່າຍ ແລະ ການລົງນາມເອກະສານ ໃນຄັ້ງນີ້.

ນອກຈາກນັ້ນ, ໃນວັນດຽວກັນນີ້ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະ​ນະ ຍັງໄດ້ເດີນທາງໄປວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫລະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments