Saturday, July 27, 2024
Homeຂ່າວຕ່າງປະເທດສປຊ ເນັ້ນໜັກລັກສະນະຮີບດ່ວນໃນການຊ່ວຍເຫລືອເຂດກາຊາ

ສປຊ ເນັ້ນໜັກລັກສະນະຮີບດ່ວນໃນການຊ່ວຍເຫລືອເຂດກາຊາ

ວິທະຍຸກະຈາຍສຽງຫວຽດນາມ, ເລື່ອງໃຫ້ການຊ່ວຍເຫລືອເຂດກາຊາ ຮຽກຮ້ອງໃຫ້ອິດສະຣາແອນ ຕ້ອງຍົກເລິກບັນດາສິ່ງ ທີ່ຂີດຂວາງ. ຄຳຖະແຫລງດັ່ງກ່າວ ໂດຍ ທ່ານ ອັນໂຕນີໂອ ກູເຕີເຣສ (Antonio Guterres) ເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ) ຍົກອອກມາໃນໂອກາດເດີນທາງມາຢ້ຽມຢາມເອຢິບ ເມື່ອບໍ່ດົນມານີ້ ພ້ອມທັງເນັ້ນຢ້ຳຄືນຄຳຮຽກຮ້ອງ “ຢຸດຍິງມະນຸດສະທຳໃນທັນທີເພື່ອຫລຸດຜ່ອນຈຳນວນຊາວປາແລດສະຕີນ ທີ່ພວມດຳລົງຊີວິດແບບລຳບາກ ເພື່ອເອົາຕົວລອດ ຢູ່ເຂດກາຊາ. ກ່ອນໜ້ານີ້ ທ່ານ Antonio Guterres ໄດ້ຢ້ຽມຢາມດ່ານຊາຍແດນ Rafah ຕິດກັບເຂດກາຊາ, ບ່ອນເກີດການປະທະກັນ ແລະ ປິດລ້ອມທີ່ແກ່ຍາວເປັນເວລາເກືອບ 6 ເດືອນ ເຮັດໃຫ້ພົນລະເມືອງສ່ວນຫລາຍໃນຈຳນວນ 2,4 ລ້ານຄົນ ຢູ່ເຂດດິນແດນແຫ່ງນີ້ຕ້ອງອົບພະຍົບ. ຜູ້ນຳ ສປຊ ຖືດ່ານຊາຍແດນ Rafah ແລະ ສະໜາມບິນ El – Arish ຂອງ ເອຢິບ ແມ່ນເສັ້ນທາງທີ່ຈຳເປັນເພື່ອຂົນສົ່ງເຄື່ອງຊ່ວຍເຫລືອເຂົ້າເຂດກາຊາ. ຂະນະທີ່ປະຊາຊົນປາແລດສະຕິນ ຢູ່ເຂດກາຊາ ຕ້ອງການກະແສຟອງການໜູນຊ່ວຍຫາກບໍ່ແມ່ນການໜູນຊ່ວຍແບບກະແຈກກະຈາຍເລັກໜ້ອຍ ແລະ ມາດຕະການໜຶ່ງດຽວ ເພື່ອຂົນສົ່ງ ສິນຄ້າ ມະນຸດສະທຳ ແມ່ນດ້ວຍທາງບົກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments