Saturday, July 27, 2024
Homeຂ່າວຕ່າງປະເທດຣັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກດ້ວຍເງື່ອນໄຂຄວາມຈິງໃຈ

ຣັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກດ້ວຍເງື່ອນໄຂຄວາມຈິງໃຈ

ວິທະຍຸກະຈາຍສຽງຫວຽດນາມ, ຣັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກ ດ້ວຍເງື່ອນໄຂເຈລະຈາແບບຈິງໃຈ ແລະ ຮັບປະກັນການ ພິຈາລະນາ ບັນດາຜົນປະໂຫຍດ ອັນຊອບທຳ ຂອງຣັດເຊຍ ຢ່າງຄົບຖ້ວນ. ນັ້ນແມ່ນ ການຢັ້ງຢືນຂອງ ທ່ານ ເຊີເກ ລາຣໍຟ (Sergei Lavrov), ລັດຖະມົນຕີ ການຕ່າງປະເທດຣັດເຊຍ ໃນການຕອບສຳພາດ ກັບທ່ານ ອັນເດຣ ຄອນດຣາຊອບ (Andrei Kondrashov), ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ TASS ເມື່ອບໍ່ດົນມານີ້. ຂະນະທີ່ຜູ້ນຳອົງການ ການທູດ ຣັດເຊຍ ໄດ້ໃສ່ໃຈເຖິງ ໝາກຜົນ ການສະຫລຸບ ຂອງທ່ານ ວາລາດີເມຍປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ບໍ່ມີຄວາມ ເຊື່ອໝັ້ນຕໍ່ ຝ່າຍຕາເວັນຕົກແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີ ການຕ່າງປະເທດ Sergei Lavrov ກໍ່ໄດ້ຢັ້ງຢືນຄືນໃໝ່ວ່າ: ຣັດເຊຍ ຍາມໃດ ກໍ່ສ້າງເງື່ອນໄຂ ເພື່ອດຳເນີນ ການເຈລະຈາ ກັບຝ່າຍຕາເວັນຕົກ, ແຕ່ດ້ວຍເງື່ອນໄຂນັ້ນແມ່ນວິວັດການເຈລະຈາ ຕ້ອງຈິງໃຈ, ມີການຮັບປະກັນ ແລະ ອີງຕາມ ສະພາບການ ຕົວຈິງ ປະຈຸບັນ ກໍ່ຄືເຈລະຈາ ບັນດາ ຜົນປະໂຫຍດ ສອດຄ່ອງ ຕາມກົດໝາຍ ຂອງຣັດເຊຍ ຢ່າງຄົບຖ້ວນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments