Sunday, September 8, 2024
Homeຂ່າວໜ້າໜຶ່ງຜູ້ແທນກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຮ່ວມໃສ່ບາດ ຢູ່ຫລວງພະບາງ

ຜູ້ແທນກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຮ່ວມໃສ່ບາດ ຢູ່ຫລວງພະບາງ

ໃນຕອນເຊົ້າຂອງວັນທີ 25 ມີນາ 2024 ນີ້, ພາຍຫລັງສຳເລັດການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 31 ແລະ ກອງປະຊຸມອື່ນໆປິ່ນອ້ອມ ທີ່ຈັດຂຶ້ນ ຢູ່ນະຄອນຫລວງພະບາງ ໄດ້ຮ່ວມໃສ່ບາດ ຖະຫວາຍສັງຂະທານ ແດ່ພະສົງ ສຳມະເນນ ຢູ່ໜ້າວັດແສນສຸຂາຣາມ ນຳໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາ ລັດຖະມົນຕີສະພາປະຊາຄົມວັດທະນະ ທຳ-ສັງ ຄົມອາຊຽນ ແລະ ຄະນະຜູ້ແທນ ຈາກປະເທດ ສະມາຊິກອາຊຽນ ຮ່ວມໃສ່ບາດ ດ້ວຍບັນຍາກາດອັນຄຶກຄື້ນ ຮັກສາໄດ້ວັດທະນະທຳອັນດີງາມ ຂອງຊາດລາວ ເຊິ່ງການໃສ່ບາດ ເປັນປະເພນີຄວາມເຊື່ອຖືທາງດ້ານພຸດທະສາສະໜາ ຂອງປະຊາຊົນຫລວງພະບາງ ມາຫລາຍເຊັ່ນຄົນ, ມາເຖິງ ປັດຈຸບັນ ໄດ້ກາຍເປັນກິດຈະກຳໜຶ່ງ ທີ່ນັກທ່ອງທ່ຽວ ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມໃສ່ບາດເວລາທີ່ມາທ່ອງທ່ຽວ ຢູ່ນະຄອນຫລວງພະບາງ.

ພາຍຫລັງ ສຳເລັດການໃສ່ບາດ ຄະນະຜູ້ແທນກອງປະຊຸມ ດັ່ງກ່າວ, ໄດ້ສືບຕໍ່ທ່ຽວຊົມທ່ຽວຊົມ ຫໍພິພິທະພັນແຫ່ງຊາດຫລວງພະບາງ ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດ, ເປັນສະຖານທີ່ຮັກສາວັດຖຸບູຮານ ທີ່ເກົ່າແກ່ໃນສະໄໝອານາຈັກລາວລ້ານຊ້າງ ເພາະເມື່ອກ່ອນຫລວງພະບາງ ເຄີຍເປັນນະຄອນຫລວງ ຂອງອານາຈັກລາວລ້ານຊ້າງ ຫ່າງຈາກນີ້ປະມານ 1.200 ປີ. ຈາກນັ້ນ. ກໍໄປທ່ຽວຊົມ ວັດຊຽງທອງ ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທາງວັດທະນະທຳ ທີ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ, ເຊື່ອຖື ແລະ ສັດທາ, ພາຍໃນວັດ ໂດຍສະເພາະ ພັດທະສິມມາ ໄດ້ມີການປະດັບລວດລາຍ ແບບຫລວງພະບາງດັ່ງເດີມ ທີ່ມີຄວາມງົດງາມ. ພິເສດ ວັດຊຽງທອງ ເປັນສະຖານທີ່ທ່ອງທ່ຽວວັດທະນະທຳ ທີ່ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວ ຂອງອາຊຽນ ອີກດ້ວຍ.

ພ້ອມນີ້, ຄະນະຜູ້ແທນຍັງໄດ້ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕາດກວາງຊີ ເຊິ່ງເປັນສະຖານທີ່ ທີ່ສວຍສົດງົດງາມ, ມີນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມ ເປັນຈຳນວນຫລາຍ, ຕັ້ງຢູ່ຫ່າງຈາກຕົວເມືອງ 20 ກວ່າກິໂລແມັດ, ມີທິວທັດທຳມະຊາດ ທີ່ສວຍງາມ ອ້ອມຮອບເຕັມໄປດ້ວຍປ່າໄມ້ໃຫຍ່ປົກຫຸ້ມ ແລະ ມີສາຍນ້ຳໄຫລຜ່ານຍາວຫລາຍຮ້ອຍແມັດ ແລະ ຍັງເປັນ ສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວຂອງອາຊຽນ ຕື່ມອີກ.

ໃນໄລຍະ 3 ເດືອນຕົ້ນປີ 2024 ນີ້, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວພະບາງ ແຂວງຫລວງພະບາງ ທັງໝົດ 444.900 ກວ່າຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 160.000 ກວ່າຄົນ, ນັກທ່ອງທ່ຽວສາກົນ 282.800 ກວ່າຄົນ. ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ນັກທ່ອງທ່ຽວ ເຂົ້າມາຫລວງພະບາງ ເພີ່ມຂຶ້ນ 170.800 ກວ່າຄົນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments