Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມສໍາມະນາບົດບາດຂອງໄວໜຸ່ມແພດລາວ ໃນວຽກງານຄວບຄຸມຢາສູບ

ກອງປະຊຸມສໍາມະນາບົດບາດຂອງໄວໜຸ່ມແພດລາວ ໃນວຽກງານຄວບຄຸມຢາສູບ

ວັນທີ 22 ມີນາ 2024 ນີ້ ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລວິທະຍາໄລສຸຂະພາບ (ມວສ)  ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບມະຫາວິທະຍາໄລວິທະຍາໄລສຸຂະພາບ (ມວສ) ໂດຍໄດ້ຮັບການສະໜັບສະໜູນຈາກສະມາພັນຄວບຄຸມຢາສູບອາຊຽນ (SEATCA) ໄດ້ຈັດກອງປະຊຸມສໍາມະນາບົດບາດຂອງໄວໜຸ່ມແພດລາວ ໃນວຽກງານຄວບຄຸມຢາສູບ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຖົມ ຊາມຸນຕີ ອະທິການບໍດີ ມວສ, ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມວສ, ທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າສະມາພັນຄວບຄຸມຢາສູບອາຊຽນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາແພດ ເຂົ້າຮ່ວມ.

ທ່ານ ບຸນຖົມ ຊາມຸນຕີ ກ່າວວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ, ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ, ພິການ ແລະ ເສຍຊີວິດ ປະມານເຄິ່ງໜຶ່ງ ຂອງຜູ້ຊົມໃຊ້ເປັນປະຈໍາຈະເສຍຊີວິດກ່ອນໄວອັນຄວນ. ຜະລິດຕະພັນຢາສູບ ເຮັດໃຫ້ຄົນລາວເສຍຊີວິດ ປະມານປີລະ 7.000 ຄົນ ຫຼື ປະມານ 19 ຄົນຕໍ່ມື້. ອີກບັນຫາໜຶ່ງ ແມ່ນບັນຫາການນໍາໃຊ້ຢາສູບໄຟຟ້າ ທີ່ເຫັນວ່າພວມມີການລະບາດຫຼາຍໃນສັງຄົມລາວ ໂດຍສະເພາະແມ່ນກຸ່ມໄວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ເດັກນ້ອຍ ຜູ້ທີ່ຈະເປັນກຳລັງແຮງ ແລະ ເປັນອະນາຄົດຂອງຊາດ. ພ້ອມນັ້ນ, ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງ ທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍພາກສ່ວນຕ້ອງໄດ້ຮ່ວມກັນຮັບຜິດຊອບ ແລະ ຮ່ວມແຮງກັນໃນການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຈຶ່ງຈະເຮັດໃຫ້ ການສູບຢາຂອງຄົນລາວຫຼຸດລົງ.

ສຳລັບນັກສຶກສາແພດ ກໍເປັນອີກກຳລັງໜຶ່ງທີ່ມີບົດບາດສຳຄັນ ທີ່ຈະເປັນກຳລັງແຮງໃນການປົກປ້ອງໄວໜຸ່ມລາວຈາກການຫຼອກລວງຂອງບໍລິສັດຢາສູບ ແລະ ໃຫ້ຄົນຮຸ່ນໃໝ່ ທີ່ຈະເປັນແພດໝໍ ໃນອະ ນາຄົດມີສ່ວນຮ່ວມ ແລະ ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ເພື່ອເຮັດໜ້າທີ່ ປົກປ້ອງສຸຂະພາບຂອງຄົນລາວຈາກພະຍາດທີ່ເກີດຈາກຢາສູບ ພ້ອມທັງປົກປ້ອງທຸກຄົນຈາກການໄດ້ຮັບຄວັນຢາສູບມືສອງ ເຮັດໃຫ້ຄົນລາວມີອາຍຸຍືນຂຶ້ນ ມີສຸຂະພາບດີ ນໍາໄປສູ່ການບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ຕາມຄໍາຂວັນວັນງົດສູບຢາໂລກ ປີ 2024 ຂອງອົງການອະນາໄມໂລກ ທີ່ບອກວ່າ: ປົກປ້ອງເດັກ ແລະ ໄວໜຸ່ມຈາກການຕົກເປັນເປົ້າໝາຍຂອງບໍລິສັດຢາສູບ.

ກອງປະຊຸມສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບຄວັນຢາສູບ ສົ່ງຜົນຮ້າຍຕໍ່ສຸຂະພາບ, ຮັບຟັງນໍາສະເໜີບົດບາດຂອງນັກສຶກສາແພດ, ມາດຕະການຕ່າງໆໃນການຫຼຸດຜ່ອນການສູບຢາ ແລະ ການມີສ່ວນຮ່ວມຂອງນັກສຶກສາ ໃນວຽກງານຢາສູບ, ຮັບຟັງການນຳສະເໜີກ່ຽວກັບຢາສູບໄຟຟ້າ ແລະ ເລ່ກົນຂອງທຸລະກິດຢາສູບ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນ ແລະ ຄົ້ນຄວ້າກິດຈະກຳການສະໜັບສະໜູນວຽກງານຄວບຄຸມຢາສູບຂອງນັກສຶກສາແພດ ເພື່ອໃຫ້ນັກສຶກສາແພດໄດ້ມີສ່ວນຮ່ວມ ແລະ ໃຫ້ເກີດຄວາມຍືນຍົງໃນວຽກງານຄບຄຸມຢາສູບ ເພື່ອປ້ອງກັນ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະການກັນພະຍາດບໍ່ຕິດຕໍ່ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments