Sunday, September 8, 2024
Homeຂ່າວພາຍໃນການເຂົ້າເຖິງແຫຼ່ງທຶນນະໂຍບາຍຂອງລັດ ຍັງຊັກຊ້າຍ້ອນຫລາຍປັດໄຈ

ການເຂົ້າເຖິງແຫຼ່ງທຶນນະໂຍບາຍຂອງລັດ ຍັງຊັກຊ້າຍ້ອນຫລາຍປັດໄຈ

ຫົວໜ້າ ກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ (ທຫລ) ເປີດເຜີຍວ່າການເຂົ້າເຖິງແຫຼ່ງທຶນນະໂຍບາຍຂອງລັດຍັງຫຍຸ້ງຍາກ ແລະ ຍັງຊັກຊ້າຍ້ອນຂັ້ນຕອນການອະນຸມັດ, ເງື່ອນໄຂຂອງຜູ້ຂໍທຶນ ຍັງບໍ່ຄົບຖ້ວນ ແລະ ຄວາມເຂົ້າໃຈຕໍ່ກັບແຫຼ່ງທຶນຂອງ ບັນດາຫົວໜ່ວຍທຸລະກິດ ຍັງບໍ່ທັນຊັດເຈນ.

ໃນກາງປີ 2023 ທີ່ຜ່ານມາ ລັດຖະບານຂອງ ສປປ ລາວ ໄດ້ຕົກລົງໃຫ້ ທຫລ ນໍາໃຊ້ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ເພື່ອສົ່ງເສີມຂະແໜງການຜະລິດ, ການຄ້າ ແລະ ການບໍລິການທີ່ເປັນປາຍແຫຼມ ທົດແທນການນໍາເຂົ້າ-ສົ່ງເສີມການສົ່ງອອກສິນຄ້າ ແລະ ການບໍລິການ, ສ້າງວຽກເຮັດງານທໍາ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບມະຫາພາກດ້ານການເງິນ-ເງິນຕາ ແລະ ພັດທະນາເສດຖະກິດແບບຍືນຍົງ ໂດຍສະເພາະຢູ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ມາຮອດປັດຈຸບັນ ຜ່ານການປະຕິບັດຕົວຈິງ ເຫັນວ່າ ນະໂຍບາຍສິນເຊື່ອເພື່ອກະ ຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ໝາກຜົນທີ່ດີກວ່າ ນະໂຍ ບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ເນື່ອງຈາກເປັນແຫຼ່ງທຶນທີ່ມີຂະໜາດນ້ອຍ ມີນະໂຍບາຍຜ່ອນຜັນຫຼາຍກວ່າ ແລະ ເປັນແຫຼ່ງທຶນທີ່ທະນາຄານແຫ່ງ ສປປ ລາວ ສະໜອງທຶນໃຫ້ທະນາຄານທຸລະກິດ ໂດຍກົງ.

ທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າ ກົມບໍລິການທະນາຄານ, ກ່າວວ່າ: “ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ໝາກຜົນທີ່ດີກວ່າ ເນື່ອງຈາກວ່າ ເປັນແຫຼ່ງທຶນທີ່ມີຂະໜາດນ້ອຍ ມີນະໂຍບາຍຜ່ອນຜັນຫຼາຍກວ່າ ແລະ ເປັນແຫຼ່ງທຶນທີ່ທະນາຄານແຫ່ງ ສປປ ລາວ ສະໜອງທຶນໃຫ້ທະນາຄານທຸລະກິດ ໂດຍກົງ. ສ່ວນທຶນຂະໜາດໃຫຍ່ ສິນເຊື່ອເພື່ອກະຕຸ້ນເສດ ຖະກິດ ແມ່ນແຫຼ່ງທຶນໂດຍທະນາຄານທຸລະກິດເອງເຊິ່ງເຂົາເຈົ້າກໍຕ້ອງມີການລະມັດລະວັງໃນການພິຈາລະນາໃຫ້ທຶນ ເພື່ອໃຫ້ໝັ້ນໃຈວ່າ ຈະສາມາດເກັບກັບຄືນມາໄດ້ ເພື່ອໄປຊຳລະໃຫ້ກັບທະນາຄານກາງ”.

ຜ່ານການລົງພື້ນທີ່ຕົວຈິງ ໄປທົບທວນກັບຄະນະຮັບຜິດຊອບຂັ້ນແຂວງ ໃນການໃຫ້ທຶນ ພົບວ່າ ຂັ້ນຂອດຂອງການປະຕິບັດການອະນຸມັດທຶນນັ້ນຍັງຊັກຊ້າ ແລະ ຄວາມເຂົ້າໃຈໃນເງື່ອນໄຂການໃຫ້ທຶນ ຂອງຫົວໜ່ວຍທຸລະກິດຍັງບໍ່ຈະແຈ້ງດີເທື່ອ

ຂັ້ນຕອນການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ປະກອບມີ 7 ຂັ້ນຕອນ: ຫົວໜ່ວຍທຸລະກິດຍື່ນໜັງສືສະເໜີ, ທະນາຄານທຸລະກິດຄົ້ນຄວ້າ, ສາຂາ ທຫລ ປະຈຳພາກ ຄົ້ນຄວ້າ, ຄະນະຮັບຜິດຊອບຈັດຕັ້ງປະຕິບັດ ພິຈາລະນາ, ສາຂາ ທຫລ ປະຈຳພາກ ແຈ້ງຕອບ ແລະ ເຊັນສັນຍາ, ເບີກຖອນ ແລະ ຂັ້ຍຕອນສຸດທ້າຍ ທະນາຄານທຸລະກິດ ເຮັດລາຍງານການຈັດຕັ້ງປະຕິບັດ.

ທ່ານ ຄໍາແກ້ວ ກ່າວວ່າ: “ພາຍຫຼັງຫົວໜ່ວຍທຸລະກິດ ຍື່ນໜັງສືໃຫ້ທະນາຄານທຸລະກິດແລ້ວ ຢູ່ໃນຂະບວນການຂອງ ທະນາຄານທຸລະກິດຍັງຊັກຊ້າ ເນື່ອງຈາກວ່າ ບາງທະນາຄານ ບາງສາຂາ ການອະນຸມັດ ແມ່ນຂຶ້ນກັບ ສຳນັກ ງານໃຫຍ່ໝົດ. ສາຂາທະນາຄານແມ່ນບໍ່ສາມາດອະນຸມັດໄດ້ໂດຍກົງ ໄດ້ພຽງແຕ່ເກັບກຳຂໍ້ມູນ ສັງລວມຂໍ້ມູນແລ້ວຈຶ່ງສົ່ງໄປທີ່ສຳນັກງານໃຫຍ່”.

ຫົວໜ້າ ກົມບໍລິການທະນາຄານ ກ່າວຕື່ມວ່າ: “ບາງສາຂາທະນາຄານກໍສາມາດອະນຸມັດໄດ້ເລີຍ ແຕ່ຈຳນວນຫຼືວົງເງິນໃນການອະນຸມັດນັ້ນຍັງໜ້ອຍ ເຊັ່ນບາງສາຂາທະນາຄານສາມາດອະນຸມັດໄດ້ພຽງ 30% ຂອງວົງເງິນທັງໝົດ”.

ນອກຈາກນີ້ ໃນເລື່ອງຂອງ ສິນຊັບຄໍ້າປະກັນຂອງຜູ້ຂໍທຶນ ຍັງບໍ່ກົງກັບເງື່ອນໄຂຂອງທະນາຄານທຸລະກິດ ເຮັດໃຫ້ບໍ່ສາມາດໃຫ້ທຶນໄດ້ ແລະ ຜ່ານການວິເຄາະວິໄຈແມ່ນ ຄວາມກັງວົນຕໍ່ກັບຄວາມສາມາດໃນການຊໍາລະຄືນ ໃຫ້ກັບທະນາຄານທຸລະກິດ ເຮັດໃຫ້ຕ້ອງມີການພິຈາລະນາຢ່າງລະອຽດ.

ທີ່ມາ: ໜັງສືພິມວຽງຈັນທາຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments