Saturday, July 27, 2024
Homeຂ່າວໜ້າໜຶ່ງຜູ້ແທນຂັ້ນສູງ ກະຊວງ ປກສ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກ ກຳປູເຈຍ

ຜູ້ແທນຂັ້ນສູງ ກະຊວງ ປກສ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກ ກຳປູເຈຍ

ກອງປະຊຸມວ່າດ້ວຍການຮ່ວມມື ປະຈຳປີ 2024 ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູ ເຈຍ ໄດ້ຈັດຂຶ້ນ ໃນວັນທີ 14 ມີນາ 2024 ຢູ່ທີ່ກະຊວງພາຍໃນ ຣາຊະອານາຈັກກຳປູ ເຈຍ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ຝ່າຍກຳປູເຈຍ ເປັນປະທານໂດຍ ທ່ານ ອະພິສັນຕິບັນ ດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນກຳປູເຈຍ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ; ທັງສອງຝ່າຍ ໄດ້ມີການສະຫຼຸບທອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍໃນປີທີ່ຜ່ານມາ ແລະ ພ້ອມກັນລົງນາມບົດບັນທຶກວ່າດ້ວຍການຮ່ວມມືປະຈຳປີ 2024 ເຊິ່ງທັງສອງຝ່າຍໄດ້ເປັນເອກພະພາບຮ່ວມມືກັນໃນຫຼາຍຂົງເຂດຮັກສາຄວາມສະຫງົບເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການກວດກາ ແລະ ຄວບຄຸມຢາເສບຕິດ, ວຽກງານຕ້ານການຄ້າມະນຸດ, ວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳ ທາງໂທລະຄົມ ແລະ ຄອມພິວເຕີ, ການໂອນໂຕນັກໂທດຜູ້ທີ່ຖືກຕັດສິນລົງໂທດ, ການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການກໍ່ສ້າງກຳລັງ.

ພາຍຫຼັງສໍາເລັດກອງປະຊຸມ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ເອກອັກຄະລັດຖະທູດລາວ ປະຈຳກຳປູເຈຍ ແລະ ການນຳແຂວງອັດຕະປື, ແຂວງຈຳປາສັກ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານທີ່ປຶກສາເຈົ້າຊີວິດ; ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຕາງໜ້າຄະນະຜູ້ ແທນຝ່າຍລາວ ນໍາເອົາຄວາມຢື້ຢາມຖາມຂ່າວ ຄວາມຮັກແພງສາມັກຄີ ອັນສະໜິດແໜ້ນຈາກການນຳພັກ-ລັດ ຂອງ ສປປ ລາວ ມາເຖິງ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ; ພ້ອມທັງລາຍງານການເຄື່ອນໄຫວ ແລະ ຜົນສໍາເລັດໃນການເຮັດວຽກຮ່ວມກັບກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ. ຈາກນັ້ນກໍໄດ້ ເຂົ້າຢ້ຽມຂໍ່ານັບ ສົມເດັດ ກຣໍລາໂຫມ ຊໍ ເຄັງ ທີ່ປຶກສາເຈົ້າຊີວິດ ເພື່ອສະແດງເຖິງຄວາມຮັກແພງສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງລາວ-ກຳປູເຈຍ ທີ່ນັບມື້ນັບເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ.

ໂອກາດດັ່ງກ່າວ, ຍັງໄດ້ສືບຕໍ່ເຂົ້າຢ້ຽມຂໍ່ານັບ ສົມເດັດ ບໍວໍທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ເພື່ອລາຍງານຈຸດປະສົງ ໃນການເດີນທາງເຄື່ອນໄຫວຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ໃຫ້ທ່ານ ນາຍົກລັດຖະມົນ ຕີ ໄດ້ຮັບຊາບ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ມີຄໍາເຫັນໃຫ້ສອງກຳລັງສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງລາວ-ກຳປູເຈຍໃຫ້ໝັ້ນຄົງທະນົງແກ່ນ ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ໃຫ້ເລິກເຊິ່ງກວ້າງຂວາງຂຶ້ນ ເພື່ອພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງຮັບປະ ກັນໃຫ້ສອງປະເທດລາວ-ກຳປູເຈຍມີຄວາມສະຫງົບ-ປອດໄພ ປະຊາຊົນສອງຊາດໄປມາຫາສູ່ກັນຢ່າງສະດວກສະບາຍ ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ພາບ ແລະ ຂ່າວ: ພັຕ ຄຳແສງ ປັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments