Saturday, July 27, 2024
Homeຂ່າວພາຍໃນລັດຖະບານຫວຽດນາມ ມອບພາຫະນະໃຫ້ກະຊວງປ້ອງກັນຄວາມສະຫງົບ

ລັດຖະບານຫວຽດນາມ ມອບພາຫະນະໃຫ້ກະຊວງປ້ອງກັນຄວາມສະຫງົບ

………………………………………………………

ລັດຖະບານຫວຽດນາມ ມອບພາຫະນະ ທີ່ຜະລິດຢູ່ ສສ ຫວຽດນາມ ຍີ່ຫໍ້ Vinfast ປະເພດລົດ SUV ລຸ້ນ VF8 20 ຄັນ (ລົດໄຟຟ້າ) ແລະ ລົດຈັກມ້າຂາວ ຍີ່ຫໍ້: HONDA CB 500X ຈໍານວນ 30 ຄັນໃຫ້ກະຊວງ ປກສ ເພື່ອຮັບໃຊ້ປ້ອງກັນຄວາມສະຫງົບທີ່ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024.

ພິທີມອບ-ຮັບພາຫະນະດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ມີນາ 2024 ຜ່ານມາ ຢູ່ກະຊວງປ້ອງກັນຄວາມສະຫງົບ ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ແລະ ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ນຳໂດຍ ທ່ານ ພົນໂທ ເລືອງ ຕາມ ກວາງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທ່ານ ຫງວຽນ ບຳ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ.

ໂອກາດນີ້ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ກ່າວວ່າ: ພາຫະນະດັ່ງກ່າວ ແມ່ນການຊ່ວຍເຫຼືອສຸດທີ່ມີຄວາມໝາຍສໍາຄັນ ເປັນການປະກອບສ່ວນອັນໃຫຍ່ຫຼວງ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອການພົວພັນຮ່ວມມືແບບພິເສດ ແລະ ຮອບດ້ານ ຂອງສອງພັກ ສອງລັດຖະບານ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະສອງກຳລັງປ້ອງກັນຄວາມສະຫງົບ ທີ່ມີມູນເຊື້ອຮັກແພງສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈບໍລິສຸດຜຸດຜ່ອງມາແຕ່ດົນນານ ພ້ອມນັ້ນ ຍັງໄດ້ຢັ້ງຢືນເຖິງການປະກອບສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ສອງຊາດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທັງເປັນການ ຊ່ວຍເຫຼືອຖືກຕ້ອງກັບຄວາມຈຳເປັນ ຄວາມຕ້ອງການທາງດ້ານວິຊາສະເພາະປ້ອງກັນຄວາມສະຫງົບລາວ ແລະ ສືບຕໍ່ຊ່ວຍເຫຼືອດ້ານພາຫະນະວິຊາສະເພາະ ຕາມແຜນຮ່ວມມືປະຈຳປີຂອງສອງກະຊວງ ເຊິ່ງກະຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ພາຫະນະທີ່ໄດ້ຮັບການຊ່ວຍເຫຼືອເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ ແລະ ຈະປົກປັກຮັກສາໃຫ້ສາມາດນໍາໃຊ້ໄດ້ຍາວນານ.

ຂ່າວ-ພາບ: ສຳນັກຂ່າວສານຫວຽດນາມ ປະຈໍາລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments