Wednesday, May 15, 2024
Homeຂ່າວພາຍໃນກອງປະຊຸມສຳມະນາ ກ່ຽວກັບ ການກະກຽມສ້າງບົດລາຍງານແຫ່ງຊາດຂອງ ສປປ ລາວ ພາຍໄຕ້ກົນໄກທົບທວນປະຈຳໄລຍະ (UPR) ຮອບວຽນທີ 4 ຂອງສະພາສິດທິມະນຸດ ສປຊ.

ກອງປະຊຸມສຳມະນາ ກ່ຽວກັບ ການກະກຽມສ້າງບົດລາຍງານແຫ່ງຊາດຂອງ ສປປ ລາວ ພາຍໄຕ້ກົນໄກທົບທວນປະຈຳໄລຍະ (UPR) ຮອບວຽນທີ 4 ຂອງສະພາສິດທິມະນຸດ ສປຊ.

ກອງປະຊຸມສຳມະນາ ກ່ຽວກັບ ການກະກຽມສ້າງບົດລາຍງານແຫ່ງຊາດຂອງ ສປປ ລາວ ພາຍໄຕ້ກົນໄກທົບທວນປະຈຳໄລຍະ (UPR) ຮອບວຽນທີ 4 ຂອງສະພາສິດທິມະນຸດ ສປຊ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 18-19 ມີນາ 2024 ທີ່ເມືອງວັງວຽງ, ແຂວງ ວຽງຈັນ ພາຍໄຕ້ການເປັນປະທານຂອງ ທ່ານ ທູດ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ (ສຍກ) ກະຊວງການຕ່າງປະເທດ ໂດຍມີ ທ່ານ ນ. Elizabeth Adler, ຜູ້ຕາງໜ້າ ສະຖານເອກອັກຄະລັກຖະທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ Joanna Mansfield, ຜູ້ຕາງໜ້າ ຄະນະກຳມະການສິດທິມະນຸດອົດສະຕຣາລີ (AHRC) ພ້ອມດ້ວຍຜູ້້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຫຼາຍກວ່າ 30 ກວ່າທ່ານເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ພ້ອມ ທັງສຳມະນາໃນຫຼາຍດ້ານ ຄື:

  • ການນຳສະເໜີບົດກ່ຽວກັບ ແຜນປະຕິບັດງານ (POA) ເພື່ອຈັດຕັ້ງປະຕິບັດຂໍ້ສະເໜີແນະພາຍໄຕ້ກົນໄກທົບທວນປະຈຳໄລຍະ (UPR) ຮອບວຽນທີ 3 ທີ່ ສປປ ລາວ ສະໜັບສະໜຸນ.
  • ການນຳສະເໜີບົດ ກ່ຽວກັບ ແລກປ່ຽນປະສົບການ ກ່ຽວກັບ ຂະບວນການຮ່າວງບົດລາຍງານແຫ່ງຊາດ ແລະ ການ ເຂົ້າຮ່ວມຂອງ ອົດສະຕຣາລີ ໃນກົນໄກທົບທວນ UPR ຮອບວຽນທີ 3 (ພາກປະຕິບັດໂຕຈິງໃນການກະກຽມບົດລາຍງານ, ການເກັບກຳຂໍ້ມູນ ແລະ ການວາງແຜນ)


ພ້ອມນັ້ນກໍ່ມີການຝຶກອົບຮົມ ຈາກ ສະຖານທູດອົດສະຕຣາລີ ໂດຍ ດຣ. ນ. Amy Maguire ຮອງ ສຈ ຈາກມະຫາວິທະຍາໄລ Newcastle, ປະເທດອົດສະຕຣາລີ ໂດຍ ເປັນການກຽມພ້ອມ ຮ່າງແຜນເບື້ອງຕົ້ນ ສຳລັບການກະກຽມບົດລາຍງານແຫ່ງຊາດ ຂອງ ສປປ ລາວ ພາຍໄຕ້ກົນໄກທົບທວນ UPR ຮອບວຽນທີ 4.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments