Tuesday, May 14, 2024
Homeທຸລະກິດການບິນລາວ ຈະເປີດການບິນ ໄປແຂວງຫົວພັນທຸກມື້ ເລີ່ມແຕ່ວັນທີ 1 ເມສາທີ່ຈະມາເຖີງນີ້

ການບິນລາວ ຈະເປີດການບິນ ໄປແຂວງຫົວພັນທຸກມື້ ເລີ່ມແຕ່ວັນທີ 1 ເມສາທີ່ຈະມາເຖີງນີ້

ລັດວິສາຫະກິດການບິນລາວ ແຈ້ງໃຫ້ຮູ້ວ່າ: ສາຍການບິນລາວແອລາຍ ຈະເປີດການບິນ ໄປແຂວງຫົວພັນ ທຸກມື້ ໂດຍຈະເລີ່ມໃຫ້ບໍລິການນີ້ ເລີ່ມແຕ່ວັນທີ 01 ເມສາ 2024 ເປັນຕົ້ນໄປ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ ເນື່ອງ.

ຖ້ຽວບິນໄປຫົວພັນ ຈະບິນອອກຈາກນະຄອນຫຼວງວຽງຈັນ ຕອນເຊົ້າ 8 ໂມງ 40 ນາທີ ແລະ ຮອດສະຫນາມບິນ ແຂວງຫົວພັນ ເວລາ 9 ໂມງ 40 ນາທີ, ແລະ ຈະບິນກັບ ອອກຈາກຫົວພັນ ເວລາ 10 ໂມງ 20 ນາທີ ຮອດນະຄອນຫຼວງວຽງຈັນ ເວລາ 11 ໂມງ 20 ນາທີ

ນອກຈາກນີ້ ການບິນລາວ ຍັງຈະເພີ່ມຖ້ຽວບິນ ໄປແຂວງຫຼວງນໍ້າທາ ຂຶ້ນເປັນ 2 ຖ້ຽວຕໍ່ມື້ ເລີ່ມ 31 ມີນາ 2024 ເປັນຕົ້ນໄປ, ໃນນີ້ ຖ້ຽວບິນໄປຫຼວງນໍ້າທາ ທ່ຽວທີ່ 1 ຈະອອກຈາກ ນະຄອນຫຼວງວຽງຈັນ ເວລາ 12 ໂມງ 00 ຮອດຫຼວງນໍ້າທາ ເວລາ 13 ໂມງ 00 ແລະ ກັບເວລາ 13 ໂມງ 40 ນາທີ ຮອດນະຄອນຫຼວງວຽງຈັນ ເວລາ 14 ໂມງ 40 ນາທີ . ສ່ວນອີກຖ້ຽວ ຈະອອກຈາກ ນະຄອນຫຼວງວຽງຈັນ ເວລາ 13 ໂມງ 40 ນາທີ ແລະ ຮອດຫຼວງນໍ້າທາ ເວລາ 14 ໂມງ 40 ນາທີ, ແລະ ກັບເວລາ 15 ໂມງ 20 ນາທີ ຮອດນະຄອນຫຼວງວຽງຈັນ ເວລາ 16 ໂມງ 20 ນາທີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments