Sunday, September 8, 2024
Homeຂ່າວໜ້າໜຶ່ງສະຖານທູດຣັດເຊຍ ເລືອກຕັ້ງປະທານາທິບໍດີສະຫະພັນຣັດເຊຍ

ສະຖານທູດຣັດເຊຍ ເລືອກຕັ້ງປະທານາທິບໍດີສະຫະພັນຣັດເຊຍ

ສະຖານເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປ ລາວ ຈັດພິທີປ່ອນບັດເລືອກຕັ້ງປະທານາທິບໍດີສະຫະພັນຣັດເຊຍ ໃນຕອນເຊົ້າວັນທີ 17 ມີນາ 2024 ຢູ່ ນະຄອນຫລວງວຽງຈັນ ເພື່ອກຳນົດອະນາຄົດຂອງປະເທດ ໃນອີກ 6 ປີຕໍ່ໜ້າ. ການເລືອກຕັ້ງປະທານາທິບໍດີຣັດເຊຍ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 15 ມີນາ ເປັນຕົ້ນມາ ແລະ ຈະສິ້ນສຸດໃນວັນທີ 17 ມີນາ 2024 ນີ້ ໂດຍມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 4 ທ່ານ ເຊິ່ງປະກອບມີ: ປະທານາທິບໍດີ ວະລະດິເມຍ ປູຕິນ ແລະ ຕົວແທນຈາກພັກເສລີປະຊາທິປະໄຕຣັດເຊຍ, ພັກປະຊາຊົນໃໝ່ຣັດເຊຍ, ແລະ ພັກກອມມູນິດສະຫະພັນຣັດເຊຍ.

ການເລືອກຕັ້ງຄັ້ງນີ້, ເປັນຄັ້ງທຳອິດທີ່ຜູ້ມີສິດປ່ອນບັດເລືອກຕັ້ງ ສາມາດເລືອກທີ່ຈະລົງຄະແນນສຽງຜ່ານລະບົບເອເລັກໂຕຣນິກ (ອອນລາຍ) ຫລື ເລືອກແບບປ່ອນລົງຫີບ ໂດຍການລົງຄະແນນສຽງແບບອອນລາຍມີຢູ່ 29 ເຂດ ລວມທັງນະຄອນຫລວງມົດສະກູ. ໃນມື້ທຳອິດຂອງການເລືອກຕັ້ງ ວັນທີ 15 ມີນາຜ່ານມາ, ມີປະຊາຊົນຣັດເຊຍຈຳນວນ 3,5 ລ້ານຄົນລົງຄະແນນສຽງຜ່ານລະບົບອອນລາຍ ເຊິ່ງເທົ່າກັບ 73% ຂອງຈຳນວນ 4,76 ລ້ານຄົນ ທີ່ໄດ້ລົງທະບຽນເລືອກຕັ້ງຜ່ານລະບົບດັ່ງກ່າວ. ສ່ວນຜົນການລົງຄະແນນສຽງອອນລາຍຈະໄດ້ປະກາດເວລາ 22-23 ໂມງ ຂອງວັນທີ 17 ມີນາ 2024 ຕາມເວລາໃນມົດສະກູ.

ທ່ານ ວະລາດິເມຍ ກາລິນິນ ເອກອັກຄະລັດຖະທູດສະຫະພັນຣັດເຊຍປະຈຳລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໃນການເລືອກຕັ້ງຄັ້ງນີ້ ມີໜ່ວຍປ່ອນບັດທັງໝົດ 94.000 ກວ່າ ໜ່ວຍ ເປີດຢູ່ໃນຣັດເຊຍ ຕັ້ງແຕ່ເວລາ 8:00-20:00 ໂມງ ແລະ 295 ໜ່ວຍ ເປີດຢູ່ 144 ປະເທດ ໃນນັ້ນລວມທັງ ສປປ ລາວ.

ການເລືອກຕັ້ງປະທານາທິບໍດີຄັ້ງທີ 8 ທີ່ຈັດຂຶ້ນຢູ່ຣັດເຊຍ, ມັນສະແດງເຖິງຄວາມເຄົາລົບຫລັກການແຫ່ງການຈັດການເລືອກຕັ້ງແບບປົກກະຕິ ເຊິ່ງແມ່ນໜຶ່ງໃນບັນດາຫລັກການພື້ນຖານຂອງລັດປະຊາທິປະໄຕ. ຜົນຂອງການເລືອກຕັ້ງຈະສົ່ງຜົນໂດຍກົງ ຕໍ່ການພັດທະນາຂອງປະເທດໃນຊຸມປີຕໍ່ໜ້າ. ດັ່ງທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ປະຊາຊົນແມ່ນແຫລ່ງອຳນາດພຽງໜຶ່ງດຽວຂອງປະເທດເຮົາ. ຂໍ້ກຳນົດທາງກົດໝາຍອັນນີ້ໄດ້ກຳນົດໄວ້ໃນລັດຖະທຳມະນູນ ໝາຍຄວາມວ່າ ມີພຽງແຕ່ພົນລະເມືອງຂອງຣັດເຊຍ ເທົ່ານັ້ນທີ່ສາມາດກຳນົດອະນາຄົດຂອງປະເທດຣັດເຊຍໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments