Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ ແລະ ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024

ລາວ ແລະ ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024

ວັນທີ 14 ມີນາ 2024, ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດລາວ ປະຈຳກຳປູ ເຈຍ, ມີທ່ານເຈົ້າແຂວງແຂວງອັດຕະປື, ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຄື່ອນໄຫວສັນທະວະໄມຕີ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024. ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງພາຍໃນ ຣາຊະອານາຈັກກໍາປູເຈຍ ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍກໍໄດ້ເຂົ້້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳປີ 2024; ໃນກອງປະຊຸມໄດ້ມີການສະຫຼຸບທອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍ ທີ່ໄດ້ຮ່ວມກັນລົງນາມ ໃນປີ 2023; ໃນໄລຍະໜຶ່ງປີຜ່ານມາ ທັງສອງຝ່າຍໄດ້ພ້ອມກັນຈັດຕັ້ງປະຕິ ບັດຕາມເນື້ອໃນຂອງບົດບັນທຶກການຮ່ວມມືປະຈຳປີ 2023 ທີ່ສອງກະຊວງໄດ້ລົງ ນາມຮ່ວມກັນ ຢ່າງຫ້າວຫັນ ແລະ ມີຜົນສຳເລັດໃນຫຼາຍດ້ານ ນັບທັງສູນກາງ ແລະ ທ້ອງຖິ່ນ ທີ່ມີເຂດແດນຕິດຈອດກັນ; ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງສອງກະຊວງ ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ຈາກຜົນສຳເລັດດັ່ງກ່າວນັ້ນ ໄດ້ເຮັດໃຫ້ສະພາບສັງຄົມຂອງແຕ່ລະປະເທດມີຄວາມສະຫງົບສຸກ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ນອກນັ້ນ, ຄະນະຜູ້ແທນຂັ້ນສູງ, ຄະນະຫ້ອງວ່າການກະຊວງ, ຂັ້ນກົມ-ກອງວິຊາສະເພາະຂອງສອງກະຊວງ, ຂັ້ນທ້ອງຖິ່ນ ກໍ່ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຕະຫຼອດເຖິງການແລກປ່ຽຂໍ້ມູນຂ່າວສານ ແລະ ປະສານສົມທົບໃນການຮ່ວມມືກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ໃນສັງຄົມ ເພື່ອຮັບປະກັນໃຫ້ສອງປະເທດມີຄວາມສະຫງົບ-ປະຊາຊົນດຳລົງຊີວິດດ້ວຍຄວາມປອດໄພ.

ສຳລັບທິດທາງແຜນການຮ່ວມມືປະຈຳປີ 2024 ທັງສອງຝ່າຍໄດ້ເປັນເອກພະພາບຮ່ວມມືກັນໃນຫຼາຍຂົງເຂດຮັກສາຄວາມສະຫງົບເຊັ່ນ: ການຮ່ວມມືຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການກວດກາ ແລະ ຄວບຄຸມຢາເສບຕິດ, ວຽກງານຕ້ານການຄ້າມະນຸດ, ວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳ ທາງໂທລະຄົມ ແລະ ຄອມພິວເຕີ, ການໂອນໂຕນັກໂທດຜູ້ທີ່ຖືກຕັດສິນລົງໂທດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການກໍ່ສ້າງກຳລັງ.

ຕອນທ້າຍພິທີ, ກໍໄດ້ມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະ ຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະ ອານາຈັກກຳປູເຈຍ ປະຈຳປີ 2024; ຝ່າຍກະຊວງປ້ອງກັນຄວາມສະຫງົບລາວ ລົງ ນາມໂດຍ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຝ່າຍກໍາປູເຈຍ ລົງນາມໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ.

ພາບ-ຂ່າວ: ພັຕ ຄຳແສງ ປັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments