Tuesday, May 14, 2024
Homeຂ່າວດ່ວນຂ່າວທະຫານລາອອກຍ້ອນບໍ່ຂຶ້ນເງິນເດືອນແມ່ນຂ່າວປອມ

ຂ່າວທະຫານລາອອກຍ້ອນບໍ່ຂຶ້ນເງິນເດືອນແມ່ນຂ່າວປອມ

ກ່ອນໜ້ານີ້ໄດ້ມີເພຈຂ່າວອອນລາຍໜຶ່ງເຜີຍແຜ່ຂໍ້ມູນ ແລະ ຮູບພາບວ່າ: ດ່ວນ!!! ທະຫານສະເໜີນາຍົກເພີ່ມເງິນເດືອນ 97 ລ້ານກີບແລ້ວບໍ່ໄດ້ ເລີຍລາອອກວຽກ.

ຜ່ານການສອບຖາມພາກສ່ວນທີ່ກ່ຽວຂ້ອງແລ້ວເຫັນວ່າ: ເພສຂ່າວດັ່ງກ່າວນີ້ ບໍ່ແມ່ນເພສທາງການທີ່ໄດ້ຮັບອະນຸຍາດເຄື່ອນໄຫວຖືກຕ້ອງຕາມກົດໝາຍວ່າດ້ວຍສື່ມວນຊົນ ແລະ ຂໍ້ມູນທີ່ໂພສລົງແມ່ນເປັນຂ່າວປອມ, ຂ່າວບິດເບືອນ ທີ່ເຈດຕະນາສ້າງຂື້ນ ໃຫ້ສັງຄົມເຂົ້າໃຈຜິດ ແລະ ຖືວ່າເປັນການລະເມີດຕໍ່ລະບຽບກົດໝາຍ.

ສະນັ້ນ, ຂໍຝາກເຕືອນສະຕິ ຈົ່ງຢຸດເຊົາການກະທຳດັັ່ງກ່າວ ທີ່ກໍ່ໃຫ້ເກີດຜົນກະ ທົບດ້ານລົບຕໍ່ສັງຄົມ ກໍຄືຜູ້ບໍລິໂພກຂ່າວສານຂອງປະຊາຊົນ.

#ຢຸດແຊ ຢຸດເຜີຍແຜ່ຂ່າວທີ່ບໍ່ມີຄວາມຈິງສ້າງຄວາມປັ່ນປ່ວນສັງຄົມ

ທີ່ມາ: ຄວາມສະຫງົບ Lao Security News

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments