Sunday, September 8, 2024
Homeຂ່າວຕ່າງປະເທດສ ເກົາຫຼີ ເພີ່ມທະວີການຄ້າກັບອາຊຽນ ຜ່ານສັນຍາ FTA ແລະ RCEP

ສ ເກົາຫຼີ ເພີ່ມທະວີການຄ້າກັບອາຊຽນ ຜ່ານສັນຍາ FTA ແລະ RCEP

ຂ່າວສານຫວຽດນາມລາຍງານວ່າ: ສ ເກົາຫຼີ ພວມຊຸກຍູ້ການເຈລະຈາປັບປຸງສັນຍາການຄ້າເສລີ (FTA) ກັບບັນດາປະເທດສະມາຊິກອາຊຽນ ເພື່ອເພີ່ມທະວີການນຳໃຊ້ບັນດາທ່າໄດ້ປຽບຂອງ FTA ນຳມາຊຶ່ງຜົນປະໂຫຍດໃນການດຳເນີນທຸລະກິດ. ຂ່າວລະບຸວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ ເກົາຫຼີ ໃຫ້ຮູ້ວ່າ: ໃນວັນທີ 12-13 ມີນາຜ່ານມາ, ສ ເກົາຫຼີ ແລະ ບັນດາສະມາຊິກ ອາຊຽນ ໄດ້ດຳເນີນກອງປະຊຸມຄະນະກຳມະການປະຕິບັດ FTA ສ ເກົາຫຼີ – ອາຊຽນ ຄັ້ງທີ 20 ຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ. ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້ເພື່ອກວດກາຄືນບັນດາບັນຫາທີ່ຍັງຄົງຄ້າງໃນການປະຕິບັດ FTA ສ ເກົາຫຼີ – ອາຊຽນ ແລະ ປຶກສາຫາລືວິທີປັບປຸງສັນຍາການຄ້າເສລີສອງຝ່າຍ. ໃນຂອບເຂດຂອງກອງປະຊຸມ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຮ່ວມມືໃນການປັບປຸງ FTA ແລະ ການຄ້າດີຈີຕອນ ສ ເກົາຫຼີ – ອາຊຽນ. ບັນດາເນື້ອໃນການຄົ້ນຄວ້າໄດ້ຖືກແບ່ງປັນເພື່ອໃຫ້ທຸກຝ່າຍສາມາດກວດກາຄືນບັນດາໝາກຜົນການຄົ້ນຄວ້າລວມ ແລະ ປຶກສາຫາລືວິທີປັບປຸງ.

ບັນດາປະເທດສະມາຊິກອາຊຽນ ແລະ ສ ເກົາຫຼີ ພວມດຳເນີນການສຶກສາຮ່ວມ ເພື່ອແກ້ໄຂບັນດາການຜັນແປຂອງສະພາບການພາຍຫຼັງການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020. ບົນພື້ນຖານບັນດາໝາກຜົນທີ່ໄດ້ຮັບຈາກກອງປະຊຸມຄັ້ງນີ້, ບັນດາຝ່າຍຈະດຳເນີນການປຶກສາຫາລືຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ບັນດາວິສາຫະກິດສາມາດຍາດແຍ່ງເອົາທ່າໄດ້ປຽບຈາກ FTA ສ ເກົາຫຼີ – ອາຊຽນ. ໃນຂົງເຂດການຄ້າໃໝ່ ເຊັ່ນ: ດີຈີຕອນ ແລະ ຕ່ອງໂສ້ການສະໜອງ ຍັງໄດ້ຮັບການປຶກສາຫາລືໃນກອງປະຊຸມຄັ້ງນີ້.

ທ່ານ ອັນ ຊາງ ຢອງ ຫົວໜ້າກົມນະໂຍບາຍການຄ້າເສລີ (ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສເກົາຫຼີ) ໃຫ້ຮູ້ວ່າ: ອາຊຽນ ແມ່ນຄູ່ຮ່ວມມືທີ່ສຳຄັນໃນຍຸດທະສາດອິນໂດປາຊີຟິກ. ສ ເກົາຫຼີ ຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດກັບ ອາຊຽນ ຜ່ານສັນຍາ FTA ສ ເກົາຫຼີ – ອາຊຽນ ແລະ RCEP.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments