Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ

ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ

ໃນຕອນຄ່ຳຂອງວັນທີ 14 ມີນາ 2024, ທີ່ ນະຄອນຫລວງວຽງຈັນ, ໄດ້ມີພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 30 ປີ (7 ກຸມພາ 1994-2024) ໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕ່ີກະຊວງການຕ່າງປະເທດ, ທ່ານ ເຢັບເກນີ ເຊັດສະຕາກົບ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ພ້ອມດ້ວຍບັນດາແຂກຖືກເຊີນ ທັງຝ່າຍລາວ ແລະ ເບລາຣຸດຊີ, ບັນດາທູຕານຸທູດຕ່າງປະເທດ ແລະ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີ ເຊັດສະຕາກົບ ຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນໃນພິທີ ໂດຍສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລາວ-ເບລາຣຸດຊີ ຕະຫລອດໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ເຖິງແມ່ນວ່າສອງປະເທດ ຈະມີທີ່ຕັ້ງທາງດ້ານພູມສາດຫ່າງໄກກັນກໍຕາມ, ແຕ່ສອງປະເທດ ກໍຄື ປະຊາຊົນສອງຊາດ ໄດ້ມີຄວາມເຂົ້າໃຈ ແລະ ຮັກແພງສາມັກຄີກັນ ເຊິ່ງສະແດງອອກໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະ ຫລອດມາ. ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ, ຜູ້ນຳສອງປະເທດ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນແຕ່ລະໄລຍະ, ທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ. ພ້ອມນີ້, ສອງຝ່າຍ ກໍໄດ້ເອົາໃຈໃສ່ສຸມທຸກກຳລັງແຮງຂອງຕົນເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ດ້ານການທະຫານ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ວັດທະນະທໍາ ໂດຍຜ່ານກົນໄກການຮ່ວມມືຂອງທຸກຂະແໜງການກ່ຽວຂ້ອງທັງສອງຝ່າຍ ແລະ ກົນໄກກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ. ພ້ອມກັນນີ້, ສອງຝ່າຍ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້້ອຂອງສອງປະເທດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວອັນໃໝ່ໃນຊຸມປີຕໍ່ໜ້າ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະ ຊາຊົນສອງຊາດ ລາວ-ເບລາຣຸດຊີ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສຳຄັນໃນທາງກົງ ແລະ ທາງອ້ອມຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດໄປ, ສືບຕໍ່ຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອນໍາພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງ ເຮືອງ ແລະ ວັດທະນະຖາວອນ.

ພິທີສະເຫລີມສະຫລອງວັນສຳຄັນດັ່ງກ່າວ, ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ເປັນນິມິດຫມາຍທີ່ສຳຄັນຂອງສອງປະເທດ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໄດ້ຮັບຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າໃນຕໍ່ໜ້າ.

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments