Sunday, September 8, 2024
Homeຂ່າວຕ່າງປະເທດUN ຊີ້ໃຫ້ເຫັນວ່າເດັກນ້ອຍໃນກາຊາ ກຳລັງເສຍຊີວິດຈາກຄວາມອຶດຫິວ

UN ຊີ້ໃຫ້ເຫັນວ່າເດັກນ້ອຍໃນກາຊາ ກຳລັງເສຍຊີວິດຈາກຄວາມອຶດຫິວ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ເຈມີ ແມັກໂກລຄຣິກ ຜູ້ປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (UN) ປະຈຳເຂດແດນປາເລສຕາຍ ຊຶ່ງກັບມາຈາກການເດີນທາງຢ້ຽມຢາມກາຊາ ເມື່ອບໍ່ດົນມານີ້ລະບຸວ່າ: ວິກິດການຄວາມອຶດຫິວຮຸນແຮງໃນກາຊາ ກຳລັງເຮັດໃຫ້ຊີວິດຂອງເດັກນ້ອຍໃນພື້ນທີ່ດັ່ງກ່າວຢູ່ໃນອັນຕະລາຍ.

ທ່ານ ແມັກໂກລຄຣິກ ລະບຸວ່າ: ຄວາມອຶດຫິວໃນກາຊາ ເຖິງຂັ້ນຮຸນແຮງຫຼາຍແລ້ວ ແລະ ເດັກນ້ອຍກຳລັງເສຍຊີວິດຈາກຄວາມອຶດຫິວ ໂດຍມີເດັກນ້ອຍຢ່າງໜ້ອຍ 20 ຄົນເສຍຊີວິດຈາກຄວາມອຶດຫິວໃນກາຊາ ຊຶ່ງຜູ້ທີ່ເສຍຊີວິດຫຼ້າສຸດມີອາຍຸພຽງ 14 ມື້. ທ່ານ ແມັກໂກລຄຣິກ ໄດ້ຮຽກຮ້ອງໃຫ້ມີການຈັດສັນແຜນການເພື່ອແກ້ໄຂວິກິດການນີ້ ໂດຍລະບຸວ່າສິ່ງທີ່ຈຳເປັນຮີບດ່ວນໄດ້ແກ່ ການເປີດທາງໃຫ້ລົດບັນທຸກຄວາມຊ່ວຍເຫຼືອນຳໃຊ້ຖະໜົນ ເພື່ອເຂົ້າໄປຍັງພາກເໜືອຂອງກາຊາຢ່າງໜ້ອຍ 300 ຄັນຕໍ່ມື້.

ທ່ານ ແມັກໂກລຄຣິກ ເນັ້ນຢ້ຳເຖິງບັນຫາຂັ້ນວິກິດຂອງພາວະໂພຊະນາການໃນເດັກນ້ອຍ ໂດຍເດັກນ້ອຍທີ່ອາຍຸຕ່ຳກວ່າ 2 ປີ ທາງພາກເໜືຶອຂອງກາຊາ ຈຳນວນ 1 ໃນ 6 ມີພາວະຂາດສານອາຫານຮຸນແຮງ ແລະ ຍັງເນັ້ນຢ້ຳເຖິງປະສິດທິພາບຂອງການສົ່ງມອບຄວາມຊ່ວຍເຫຼືອທາງອາກາດ ເພື່ອໃຫ້ຄວາມຊ່ວຍເຫຼືອຮີບດ່ວນແກ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments