Saturday, July 27, 2024
Homeຂ່າວພາຍໃນແມ່ຍິງ ສກລ ເປັນຕົວແທນໃຫ້ຊາວຜູ້ອອກແຮງງານລາວບັນດາເຜົ່າ

ແມ່ຍິງ ສກລ ເປັນຕົວແທນໃຫ້ຊາວຜູ້ອອກແຮງງານລາວບັນດາເຜົ່າ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີໃຫ້ມີຄວາມໝາຍສຳຄັນ ແລະ ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ທ່ານນາງ ອາລຸນແສງ ວິຈິດວົງສາ ປະທານສະຫະພັນແມ່ຍິງສູນກາງສະຫະພັນກຳມະບານລາວ (ສກລ) ທັງເປັນຫົວໜ້າກົມໂຄສະນາອົບຮົມ ສກລ ໄດ້ກ່າວວ່າ: ໃນນາມເປັນຕົວແທນຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໄດ້ພ້ອມກັນສະເຫຼີມສະ ຫຼອງວັນແມ່ຍິງສາກົນໃນປີ 2024 ນີ້ຢ່າງເປັນຂະບວນຟົດຟື້ນ ແລະ ມີບັນຍາກາດດີ ທັງຮັບປະກັນດ້ານເນື້ອໃນ, ຮູບການໃນການຈັດຕັ້ງປະຕິບັດຂອງບັນດາສະມາຊິກສະຫະພັນແມ່ຍິງເຂົ້າສູ່ວຽກງານຕົວຈິງ.

ໃນປີນີ້ໄດ້ຈັດໃຫ້ມີຫຼາຍກິດຈະກຳພົ້ນເດັ່ນ ເປັນຕົ້ນໄດ້ສົມທົບກັບຄະນະພັກ, ຄະນະນຳ ສກລ ລົງໂຄສະນາເຄື່ອນທີ່ ແລະ ຈັດກິດຈະກຳຖາມ-ຕອບຢູ່ໃນຫົວໜ່ວຍແຮງງານ ໂດຍສະເພາະແມ່ນໂຮງງານຕັດຫຍິບ ຊຶ່ງປະກອບມີຫຼາຍເນື້ອໃນຄື: ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 114 ປີ. ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງ ສກລ ກາງສະໄໝ ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະ I (2021-2023) ພ້ອມທັງແຜນການທ້າຍສະໄໝ ( 2023-2025), ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 3 ສະໄໝທີ VIII ຂອງສະຫະພັນແມ່ຍິງລາວ ແລະ ບົດໂອ້ລົມຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຕໍ່ກອງປະຊຸມຄົບຄະນະໃນຄັ້ງນີ້ໃຫ້ແກ່ສະມາຊິກຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນການພັດນາແມ່ຍິງລາວໃນຕໍ່ໜ້າ ແລະ ຍາວນານ. ໄດ້ອອກແຈ້ງການໃຫ້ສະຫະພັນແມ່ຍິງຂັ້ນຮາກຖານນໍາພາສະມາຊິກດໍາເນີນຊີວິດການເມືອງ ແລະ ກະກຽມກອງປະຊຸມໃຫຍ່ຂັ້ນຮາກຖານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. ກິດຈະກຳແຂ່ງຂັນກິລາເປຕັງຊີງຂັນທ່ານປະທານ ສກລ ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ນຳພາສະມາຊິກສະຫະພັນແມ່ຍິງໄປອວຍພອນການນຳເພດຍິງ ແລະ ຄອບຄົວການນຳຂອງ ສກລ. ໄດ້ນຳພາສະມາຊິກສະຫະພັນແມ່ຍິງໄປທ່ອງທ່ຽວ ແລະ ເຮັດກິດຈະກຳຢູ່ເມືອງວັງວຽງ ແຂວງວຽງຈັນ ເພື່ອສ້າງຄວາມສາມັກຄີຮັກແພງ, ຄວາມເບີກບານມ່ວນຊື່ນ ທັງເປັນການພັກຜ່ອນຢ່ອນໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງ ເນື່ອງໃນວັນສຳຄັນຂອງແມ່ຍິງໃນທົ່ວໂລກ. ເວົ້າລວມ, ເວົ້າສະເພາະ ກໍຄືແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ. ໄດ້ເຂົ້າຮ່ວມຂະບວນການຕ່າງໆທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ເປັນຕົ້ນກອງປະຊຸມປະກອບຄຳຄິດຄຳເຫັນຕໍ່ການປັບປຸງຮ່າງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ແລະ ກິດຈະກຳອື່ນໆ.

ໂອກາດນີ້, ທ່ານນາງ ອາລຸນແສງ ວິຈິດວົງສາ ໄດ້ອວຍພອນໃຫ້ແມ່ຍິງໃນທົ່ວໂລກ ກໍຄືແມ່ຍິງລາວໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກສົມຫວັງໃນຊີວິດສ່ວນຕົວ, ຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ຍາດໄດ້ຜົນງານອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ຂໍ້ມູນຈາກ ສະຫະພັນແມ່ຍິງສູນກາງສະຫະພັນກຳມະບານລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments