Sunday, September 8, 2024
Homeຂ່າວພາຍໃນທົບທວນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜຸນດ້ານປະສິດຕິພາບ ແລະ ປະສິດທິຜົນ ໃນການແກ້ໄຂລະເບີດບໍ່ທັນແຕກ ໄລຍະເຄິ່ງໂຄງການ

ທົບທວນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜຸນດ້ານປະສິດຕິພາບ ແລະ ປະສິດທິຜົນ ໃນການແກ້ໄຂລະເບີດບໍ່ທັນແຕກ ໄລຍະເຄິ່ງໂຄງການ

_______

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2024 ທີ່ໂຮງແຮມ ຣີເວີເຣ່ຍ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດແຂວງຄຳມ່ວນ, ມີຜູ້ຕາງໜ້າຈາກສະຖານທູດ ລຸກຊຳບວກ ປະຈຳລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ລາວ, ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຄະນະໂຄງການເກັບກູ້ລະເບີດ (ຄກລ) ແຫ່ງຊາດ, (ຄກລ) ປະຈຳແຂວງ, ຕາງໜ້າຈາກພະແນກການຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ໂຄງການສະໜັບສະໜູນດ້ານປະສິດທິພາບ ແລະ ປະສິດທິຜົນ ໃນຂະແໜງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ເພື່ອປະກອບສ່ວນເຂົ້າໃນຜົນສໍາເລັດຂອງເປົ້າໝາຍການພັດທະນາແບບຍືນຍົງທີ 18, ແຜນຍຸດທະສາດ ວ່າດ້ວຍເສັ້ນທາງກ້າວສູ່ຄວາມປອດໄພ ໄລຍະທີ III ໂດຍການສະໜັບສະໜູນຈາກ ລັດຖະບານ ລຸກຊໍາບວກ ຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳລາວ ເພື່ອສະໜັບສະໜູນການປະຕິບັດງານຂອງ ຄກລ ເຂົ້າໃນພື້ນທີ່ການພັດທະນາຂອງທ້ອງຖິ່ນ ປະກອບສ່ວນເຂົ້າໃນວຽກງານແກ້ໄຂຄວາມທຸກຍາກ, ມີໄລຍະການຈັດຕັ້ງປະຕິບັດ 24 ເດືອນ (01 ທັນວາ 2022 ຫາ 30 ພະຈິກ 2024) ລວມມູນຄ່າ 1 1.004.016 ໂດລາສະຫະລັດ ເຊິ່ງມີ 4 ເມືອງ ເປົ້າໝາຍຄື: ບົວລະພາ, ມະຫາໄຊ, ໄຊບົວທອງ ແລະ ເຊບັ້ງໄຟ ລວມມີ 59 ບ້ານເປົ້າໝາຍ. ສໍາລັບຜົນການຈັດຕັ້ງປະຕິບັດໃນໄລຍະເຄິ່ງໂຄງການ (ປີ 2023) ໃນຈຳນວນ 3 ໜ້າວຽກຫຼັກຄື: ວຽກງານໂຄສະນາສຶກສາຄວາມສ່ຽງ ປະຕະບັດໄດ້ 30 ບ້ານ ເທົ່າກັບ 100%, ວຽກງານສຳຫຼວດດ້ານວິຊາການ ປະຕິບັດໄດ້ 317 ເຮັກຕາ ເທົ່າກັບ 127% ແລະ ວຽກງານເກັບກູ້ ປະຕິບັດໄດ້ 28 ເຮັກຕາ ເທົ່າກັບ 48%, ສາມາດກວດພົບລະເບີດ ແລະ ສຳພາວຸດອື່ນໆ ລວມມີ 763 ອັນ/ລູກ ໃນນັ້ນລະເບີດລູກຫວ່ານ (ບົມບີ) ຈໍານວນ 641 ລູກ, ສຳພະວຸດອື່ນໆ 122 ອັນ.

ກອງປະຊຸມ ບັນດາຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນເຖິງບັນຫາສິ່ງທ້າທາຍ, ວິທີການແກ້ໄຂ ລວມເຖິງທິດທາງແຜນການໃນຕໍ່ໜ້າ ເພື່ອສ້າງຄວາມເປັນເອກະພາບໃນການຮັບຮອງ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ທັງເປັນບ່ອນອີງໃນການປັບປຸງວຽກງານດັ່ງກ່າວໃຫ້ດີຂຶ້ນ ພ້ອມທັງລົງຕິດຕາມເບິ່ງສະໜາມເກັບກູ້ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານພາກສະໜາມ ແລະ ຮັບຊົມການທຳລາຍ ລະເບີດບໍ່ທັນແຕກ ຢູ່ສະໜາມເກັບກູ້ຕົວຈິງ ຢູ່ເມືອງມະຫາໄຊ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments