Home ຂ່າວໜ້າໜຶ່ງ ຍົກລະດັບຄວາມຮູ້ວຽກງານສ້າງ ແລະ ປັບປຸງກົດໝາຍ

ຍົກລະດັບຄວາມຮູ້ວຽກງານສ້າງ ແລະ ປັບປຸງກົດໝາຍ

0

ວັນທີ 12 ມີນາ 2024 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ສະພາແຫ່ງຊາດໄດ້ຈັດກອງປະຊຸມສຳມະນາ ຍົກລະດັບຄວາມຮູ້ກ່ຽວກັບວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ແກ່ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍໂດຍມີວິທະຍາກອນຈາກກະຊວງຍຸຕິທໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແລະ ຫ້ອງວ່າການສໍານັກງານປະທານປະເທດ;ເຂົ້າຮ່ວມມີທ່ານ ປອ. ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ,ບັນດາທ່ານປະທານ-ຮອງປະທານຄະນະກຳມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈາກສະພາປະຊາຊົນນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນແລະແຂວງບໍລິຄໍາໄຊພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະພະນັກງານ-ລັດຖະກອນຈາກສະພາແຫ່ງຊາດ. ທ່ານ ຈະເລີນ ເຍຍປາວເຮີ ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນຫຼາຍ ເນື່ອງຈາກວ່າພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນວຽກງານສ້າງນິຕິກຳລະດັບຕ່າງໆຂອງລັດເຮົາ, ວຽກງານສ້າງ ແລະ ປັບປຸງກົດໝາຍ ເປັນໜຶ່ງໃນພາລະບົດບາດສຳຄັນຕົ້ນຕໍຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ໃນໄລຍະທີ່ຜ່ານມາພວກເຮົາໄດ້ຮ່ວມກັນຈັດຕັ້ງປະຕິບັດພາລະບົົດບາດດັ່ງກ່າວນີ້ ຕາມຂອບເຂດຄວາມຮັບຜິດຊອບ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນໄດ້ດີສົມຄວນ ເຊິ່ງມາຮອດປັດຈຸບັນສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍສ້າງໃໝ່ ແລະ ປັບປຸງ 167 ສະບັບ;ແຕ່ຄຽງຄູ່ກັນນັ້ນກໍຍັງມີດ້ານອ່ອນທີ່ເລັ່ງທວງໃຫ້ພວກເຮົາຕ້ອງແກ້ໄຂ ເປັນຕົ້ນຕ້ອງບຳລຸງຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຖັນແຖວພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດບາດທີ່ເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ກໍຄືທຸກພາກສ່ວນທີ່ເຮັດວຽກກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກວ່າເກົ່າ. ກອງປະຊຸມຂອງພວກເຮົາຈະໄດ້ດຳເນີນເປັນເວລາ 2 ວັນ ເຫັນວ່າເນື້ອໃນກອງປະຊຸມແມ່ນກວ້າງຂວາງ ແລະ ເລິກເຊິ່ງ ແຕ່ເວລາພັດມີໜ້ອຍ; ດັ່ງນັ້ນ, ສະເໜີໃຫ້ບັນດາທ່ານຈົ່ງຕັ້ງໜ້າຄົ້ນຄວ້າ,ປະກອບຄວາມເຫັນ ເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມ, ຜູ້ແທນໄດ້ຮັບຟັງການສະເໜີກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການເປັນເສນາທິການໃນວຽກງານສ້າງ ແລະ ປັບປຸງກົດໝາຍໃຫ້ແກ່ລັດຖະບານ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການກົດໝາຍ ໃນວຽກງານສ້າງ ແລະ ປັບປຸງກົດໝາຍໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກະຊວງຍຸຕິທຳ ໃນການກວດກາຄວາມສອດຄ່ອງທາງດ້ານກົດໝາຍ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຫ້ອງວ່າການສຳນັກງານປະທານປະເທດ ໃນການເປັນເສນາທິການໃນວຽກງານສ້າງ ແລະ ປັບປຸງກົດໝາຍໃຫ້ແກ່ປະທານປະເທດ; ບົດຮຽນຂອງຕ່າງປະເທດ ກ່ຽວກັບຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ຈາກຫົວໜ້າຊ່ຽວຊານປະຈຳໂຄງການສະເຕັບສ໌ UNDP ແລະ ເຜີຍແຜ່ຄຳແນະນຳການສ້າງແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະ 2026-2030. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃນແຕ່ລະຫົວຂໍ້ທີ່ທາງກອງປະຊຸມໄດ້ຍົກຂຶ້ນມາ. ກອງປະຊຸມຄັ້ງນີ້, ດໍາເນີນເຖິງວັນທີ 13 ມີນາ 2024 ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.

ໂດຍ: ນາງ ສຸພາວັນ ຫອມສະນິດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version