Saturday, July 27, 2024
Homeຂ່າວຕ່າງປະເທດປີຜ່ານມາ ພາກຄົວເຮືອນສິງກະໂປໃຊ້ນ້ຳຫຼຸດລົງ

ປີຜ່ານມາ ພາກຄົວເຮືອນສິງກະໂປໃຊ້ນ້ຳຫຼຸດລົງ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ໜ່ວຍງານນໍ້າແຫ່ງຊາດສິງກະໂປ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປະລິມານການນຳໃຊ້ນ້ຳຕໍ່ຫົວຄົນຂອງຄົວເຮືອນໃນສິງກະໂປໃນປີ 2023 ຜ່ານມາ ມີ 141 ລິດຕໍ່ມື້ ຫຼຸດລົງຈາກ 149 ລິດໃນປີ 2022.

ບົດລາຍງານລະບຸວ່າ: ແຜນການສິງກະໂປສີຂຽວປີ 2030 (Singapore Green Plan 2030) ລະບຸວ່າ: ປະລິມານການນຳໃຊ້ນ້ຳໃນຄົວເຮືອນຄວນຫຼຸດລົງເຫຼືອ 130 ລິດຕໍ່ຄົນໃນແຕ່ລະວັນ. ໜ່ວຍງານນ້ຳແຫ່ງຊາດສິງກະໂປ ໄດ້ຈັດໂຄງການປຸກລະດົມອະນຸລັກນ້ຳປະຈຳປີເມື່ອອາທິດຜ່ານມາ ໂດຍເນັ້ນການສະໜັບສະໜູນການອະນຸລັກນ້ຳ, ການສົ່ງເສີມການໃຊ້ນ້ຳຢ່າງມີປະສິດທິພາບ ແລະ ການຄຳນຶງເຖິງຄວາມພະຍາຍາມຂອງມວນຊົນໃນການປະຢັດນ້ຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments