Saturday, July 27, 2024
Homeແຈ້ງການສໍາຄັນສະພາບອາກາດ ເຊົ້າວັນທີ 13 ມີນາ 2024

ສະພາບອາກາດ ເຊົ້າວັນທີ 13 ມີນາ 2024

ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນຍັງປົກຄຸມຢູ່ເຂດ ພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສ່ວນເຂດພາກເໜືອ ດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ຄວາມກົດດັນຕໍ່າ ຂອງອາກາດຮ້ອນໄດ້ປົກຄຸມ, ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ຍັງພັດ ປົກຄຸມພາກກາງ ແລະ ພາກໃຕ້. ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ທົໍ່ວໄປ ໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູູ່ບາງທ້ອງຖິ່ນໃນແຕູ່ລະພາກຕື່ມອີກ.

ສໍາລັບນະຄອນຫລວງວຽງຈັນ: ມີເຝື້ອປົກຫຸ້ມເປັນສ່ວນຫລາຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 24-36 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments