Sunday, September 8, 2024
Homeຂ່າວໜ້າໜຶ່ງຫາລື ສ້າງຄວາມອາດສາມາດ ວຽກງານສິນເຊື່ອກາກບອນ

ຫາລື ສ້າງຄວາມອາດສາມາດ ວຽກງານສິນເຊື່ອກາກບອນ

ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ຈັດສຳມະນາ ການສ້າງຄວາມອາດສາມາດ ກ່ຽວກັບວຽກງານສິນເຊື່ອກາກບອນ ໃນວັນທີ 11 ມີນາ 2024 ໂດຍການເປັນປະທານຂອງ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ, ທີ່ປືກສາໂຄງການປູກເຂົ້າແບບປຽກສະຫລັບແຫ້ງ, ມີຜູ້ຕາງໜ້າຈາກກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມອາດສາມາດ ກ່ຽວກັບວຽກງານສິນເຊື່ອກາກ ບອນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແນໃສ່ຍົກລະດັບໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ໂດຍສະເພາະກົນໄກ ແລະ ຄວາມແຕກຕ່າງ ລະຫວ່າງ ຕະຫລາດກາກບອນແບບບັງຄັບ ແລະ ຕະຫລາດກາກບອນແບບສະໝັກໃຈ, ລວມເຖິງ ບົດຮຽນໂຄງການປູກເຂົ້າແບບປຽກສະຫລັບແຫ້ງ ແລະ ໂຄງການສົ່ງເສີມການນໍາໃຊ້ເຕົາສະອາດ ທີ່ກໍາລັງພັດທະນາເປັນໂຄງການສິນເຊື່ອກາກບອນ.

ທ່ານ ສີອຳພອນ ແສງຈັນດາລາ ຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ໄດ້ໃຫ້ຮູ້ວ່າ: ການປ່ຽນແປງດິນຟ້າອາກາດ ເປັນບັນຫາທ້າທາຍ ແລະ ສົ່ງຜົນກະທົບໜັກໜ່ວງຕໍ່ທຸກຂົງເຂດ ສໍາລັບການພັດທະນາ ເສດຖະກິດ-ສັງຄົມ. ປັດຈຸບັນ, ຫລາຍປະເທດໃນໂລກ ໄດ້ຖືເອົາບັນຫາການປ່ຽນແປງດິນຟ້າອາກາດ ເປັນບັນຫາສຳຄັນ, ເປັນວາລະແຫ່ງຊາດ ແລະ ດຳເນີນການແກ້ໄຂຢ່າງຈິງຈັງ. ສໍາລັບ ສປປ ລາວ ກໍຄື ກັບຫລາຍປະເທດໃນໂລກ ໄດ້ໃຫ້ຄວາມສຳຄັນ ແລະ ໄດ້ມີຄວາມພະຍາຍາມສູງ ໃນການດໍາເນີນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຢ່າງເອົາຈິງເອົາຈັງ. ນອກຈາກ ຈະຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ພາຍໃນປະເທດແລ້ວ, ຍັງໄດ້ປະກອບສ່ວນຮ່ວມກັບປະຊາຄົມໂລກ ໃນການແກ້ບັນຫານີ້ ເປັນຕົ້ນ ໄດ້ສ້າງຍຸດທະສາດການປ່ຽນແປງດິນຟ້າອາກາດ ໃນປີ 2010 ແລະ ໄດ້ປັບປຸງຍຸດທະສາດ ເພື່ອດຳເນີນງານຮອດປີ 2030 ເຊິ່ງໄດ້ຖືກຮັບຮອງເອົາຈາກລັດຖະບານແລ້ວ ແລະ ໄດ້ສຳເລັດການສ້າງແຜນງານແຫ່ງຊາດ, ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ສະບັບທໍາອິດ ໃນປີ 2015 ແລະ ສະບັບທີສອງ ໃນປີ 2021, ໄດ້ສ້າງດຳລັດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ໃນປີ 2019 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ.

ພ້ອມກັນນີ້, ຍັງໄດ້ຮ່ວມກັບ ທະນາຄານໂລກ ດຳເນີນການສ້າງຍຸດທະສາດ ການພັດທະນາ ທີ່ປ່ອຍທາດອາຍເຮືອນແກ້ວຕໍ່າ ແລະ ຮ່ວມກັບໜ່ວຍງານເສດຖະກິດ ປະຈຳສະຖານທູດ ສ ເກົາຫລີເພື່ອສ້າງແຜນແມ່ບົດ ກ່ຽວກັບລະບົບການຊື້-ຂາຍສິນເຊື່ອກາກບອນ ຢູ່ ສປປ ລາວ ເຊິ່ງສຳເລັດໃນຕົ້ນປີ 2024. ປັດຈຸບັນ ກຳລັງສ້າງດຳລັດ ວ່າດ້ວຍສິນເຊື່ອກາກບອນ ຮ່ວມກັບ ສະຖາບັນ ຈີຈີຈີໄອ (GGGI) ປະຈຳ ສປປ ລາວ ໂດຍໄດ້ຮັບການສະໜັນສະໜູນດ້ານງົບປະມານຈາກ ລັດຖະບານອົດສະຕຣາລີ, ຄາດວ່າຈະສຳເລັດ ແລະ ສະເໜີລັດຖະບານພິຈາລະນາຮັບຮອງ ໃນເດືອນມິຖຸນາ 2024 ເຊິ່ງທັງໝົດ ແມ່ນເພື່ອປະກອບສ່ວນບັນລຸຄາດໝາຍສູ້ຊົນ ການຫລຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050, ທັງເປັນການປະກອບສ່ວນຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments