Saturday, July 27, 2024
Homeຂ່າວການເມືອງກອງປະຊຸມວ່າດ້ວຍການພັດທະນາແບບຍືນຍົງປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 11

ກອງປະຊຸມວ່າດ້ວຍການພັດທະນາແບບຍືນຍົງປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 11

ໃນໄລຍະວັນທີ 20-23 ກຸມພາ 2024, ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປະຈໍາພາກພື້ນອາຊີ-ປາຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ ຄັ້ງທີ 11 ພາຍໃຕ້ຫົວຂໍ້:“ຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ການພັດທະນາແບບຍືນຍົງ ແລະ ລຶບລ້າງຄວາມທຸກຍາກໃນທ່າມກາງວິກິດການຕ່າງໆ: ຮັບປະກັນການສ້າງວິທີທາງແກ້ໄຂທີ່ຍືນຍົງ, ທົດທານ ແລະ ການແກ້ໄຂບັນຫາດ້ວຍນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ” ຊຶ່ງກອງປະຊຸມດັ່ງກ່າວມີການນໍາຂັ້ນສູງຈາກຫຼາຍປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ແລະ ຄະນະປະທານກອງປະຊຸມ ກໍໄດ້ຢໍ້າຄືນຄວາມສຳຄັນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນທ່າມກາງວິກິດການຕ່າງໆ ໂດຍສະເພາະແມ່ນການປ່ຽນແປງດິນຟ້າອາກາດ, ວິິກິດການທາງດ້ານເສດຖະກິດ, ການເງິນ ແລະ ອື່ນໆ ທີ່ທຸກປະເທດຕ້ອງໄດ້ເອົາໃຈໃສ່ ເພື່ອຂັບເຄື່ອນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ມີປະສິດທິຜົນ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມ ໂດຍທ່ານໄດ້ຢໍ້າຄືນຄວາມໝາຍໝັ້ນຂອງລັດຖະບານໃນການຈັັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ວາລະ 2030, ໂດຍສະເພາະທ່ານໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກ ຕ້ອງໄດ້ຍົກລະດັບການຮ່ວມມື, ການປະສານງານ ແລະ ປັບປຸງກົນໄກຂອບການຮ່ວມມືຫຼາຍຝ່າຍໃຫ້ມີຄວາມເຂັ້ມແຂງ, ເທົ່າທຽມ ແລະ ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ເພື່ອແນໃສ່ການຈັດຕັ້ງປະຕິບັດເປົ້າໝາຍລວມ ໃນໄລຍະການຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແກ້ໄຂວິກິດການຕ່າງໆຂອງໂລກທີ່ກໍາລັງປະເຊີນຢູ່ໃນປັດຈຸບັນ. ນອກຈາກນີ້, ທ່ານ ຍັງໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບຂະບວນການກະກຽມບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ຂອງ ສປປ ລາວ ໂດຍໃນເດືອນພະຈິກ 2023 ທີ່ຜ່ານມາ, ກອງປະຊຸມຄະນະຊີ້ນໍາລະດັບຊາດເພື່ອການຈັັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ຕົກລົງກຳນົດຂອບເຂດ ແລະ ບຸລິມະສິດໃນການກະກຽມຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 (3rd Voluntary National Report ຫລື VNR) ຂອງ ສປປ ລາວ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຂະແໜງການຕ່າງໆ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ລວມທັງບັນດາອົງການເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມພັດທະນາ. ບົດລາຍງານແຫ່ງຊາດສະບັບທີ 3 ແມ່ນຈະສຸມໃສ່ 3 ເນື້ອໃນຫຼັກດັ່ງນີ້: 1. ສະທ້ອນໃຫ້ເຫັນການຈັດຕັ້ງປະຕິບັດວາລະ 2030 ແລະ ກໍານົດທິດທາງໃນການເລັ່ງການຈັດຕັ້ງປະຕິບັດ;2. ການລະດົມຂົນຂວາຍແຫຼ່ງທຶນ ເພື່ອສະໜັບສະໜູນໃຫ້ແກ່ແຜນງານແຫ່ງຊາດ ກໍຄື: ຍຸດທະສາດແຫ່ງຊາດ ແລະ ງົບປະມານສະເພາະສຳລັບ ປພຍ;3. ຊີ້ໃຫ້ເຫັນສິ່ງທ້າທາຍຫຼັກໃນການຈັດຕັ້ງປະຕິບັດ ປພຍ ແລະ ວາງນະໂຍບາຍ ແລະ ທິດທາງໃນຕໍ່ໜ້າເພື່ອການຈັດຕັ້ງປະຕິບັດ ພ້ອມທັງລົງເລິກ 11 ເປົ້າໝາຍ (ປພຍ 1,2,3,4,5,7,8,9,13,17,18) ຄຽງຄູ່ໄປກັບ 6 ຂົງເຂດບຸລິມະສິດຂອງເລຂາທິການໃຫຍ່ອົງການ ສປຊ.

ໃນວັນດຽວກັນ, ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະກັບ ທ່ານ Guy Ryder ຜູ້ຊ່ວຍເລຂາທິການໃຫຍ່ອົງການ ສປຊ ດ້ານນະໂຍບາຍ ເພື່ອສົນທະນາ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ, ນະໂຍບາຍລວມຂອງອົງການ ສປຊ, ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ (Summit of the Future) ແລະ ການເປັນປະທານອາຊຽນຂອງ ສປປ ລາວ. ໃນໂອກາດດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍຮ່ວມກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດອາກເມນີ ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດໃຫ້ຢູ່ໃນທ່າຂະຫຍາຍຫຼາຍຂຶ້ນ ທັງໃນລະດັບພາກພື້ນ ແລະ ສາກົນ.

ໃນໄລຍະເຂົ້າຮ່ວມກອງປະຊຸມປະຈໍາພາກພື້ນອາຊີ-ປາຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ ຄັ້ງທີ 11 ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ປະກອບຄໍາເຫັນໃນວາລະທີ 2 ພາຍໃຕ້ຫົວຂໍ້: “Reinforcing the2030 Agenda for Sustainable Development and Eradicating poverty in Times of Multiples crisis: The Effective Delivery of Sustainable, Resilient, and innovative solution in Asia and the Pacific”. ພ້ອມດຽວກັນນັ້ນ,ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆເປັນຕົ້ນວ່າ: Regional Workshop for the VNRໂດຍໄດ້ເຂົ້າຮ່ວມເປັນຜູ້ຮ່ວມບັນຍາຍໃນຫົວຂໍ້: ການກະກຽມບົດລາຍງານແຫ່ງຊາດແບບສະໝັກໃຈ 2024 (Status of 2024 VNRs)ແລະ ພວກເຮົາພ້ອມກັນກ້າວໄປ (Leave No One Behind: LNOB)ໃນພາກກອງປະຊຸມປິ່ນອ້ອມ. ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຮັດວຽກຮ່ວມກັບ ປະເທດອາແຊກໄບຊານ ແລະ UNESCAPເພື່ອກະກຽມໃຫ້ແກ່ການແລກປ່ຽນບົດຮຽນກ່ຽວກັບບົດລາຍງານແຫ່ງຊາດແບບສະໝັກໃຈ ໃນຖານະທີ່ ສປປ ລາວ ແລະ ອາແຊກໄບຊານ ໄດ້ຖືກຈັບຄູ່ໃນຂັ້ນຕອນການຮ່າງ VNR ອີກດ້ວຍ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments