Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 22 ກຸມພາ 2024

ສະພາບອາກາດ ວັນທີ 22 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 22 ກຸມພາ 2024, ຄວາມກົດດັນສູງຂອງ ອາກາດເຢັນ ມີກໍາລັງອ່ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ບາງ ທ້ອງຖິ່ນ, ສ່ວນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ເຂດພາກເໜືອ ດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີຝົນຕົກ ໃນລະດັບຄ່ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 23-38 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version