Saturday, July 27, 2024
Homeຂ່າວພາຍໃນສະຫລອງວັນຄ້າຍວັນປະສູດ ສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 64 ປີ

ສະຫລອງວັນຄ້າຍວັນປະສູດ ສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 64 ປີ

ໃນວັນທີ 20 ກຸມພາ 2024 ນີ້, ສະຖານທູດຍີ່ປຸ່ນ ປະຈຳລາວ ໄດ້ຈັດພິທີສະເຫລີມສະຫລອງວັນຄ້າຍວັນປະສູດຂອງສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 64 ປີ ຢູ່ ເຮືອນພັກຂອງເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາ ທູຕານຸທູດ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ , ພ້ອມດ້ວຍ ປະທານສະມາຄົມມິດຕະພາບທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ເຄັນອິຈິ ໂຄບະຢະຊິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ທວນຄືນເຖິງສາຍພົວພັນອັນແໜ້ນແຟ້ນລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ທີ່ມີມາເປັນເວລາຍາວນານ, ພ້ອມທັງ ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ສານສະແດງຄວາມເສົ້າສະຫລົດໃຈຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຖິງທ່ານ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບເຫດການແຜ່ນດິນໄຫວທີ່ແຫລມໂນໂຕະ ໃນຕົ້ນປີນີ້. ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ທຸກຝ່າຍທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ມິດຕະພາບທີ່ຍືນຍົງ.

ພ້ອມນີ້, ທ່ານ ເຄັນອິຈິ ໂຄບະຢະຊິ ຍັງໄດ້ກ່າວເຖິງພິທີລົງນາມ ແລະ ແລກປ່ຽນສັນຍາການຊ່ວຍເຫລືອລ້າໃນ “ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ” ພ້ອມທັງ ສະແດງຄວາມຫວັງວ່າສະໜາມກິລາທີ່ໄດ້ຮັບການປັບປຸງຈະຖືກຊົມໃຊ້ເປັນເວລາຍາວນານໃນຖານະສັນຍະລັກແຫ່ງມິດຕະພາບລະຫວ່າງສອງປະເທດ ສືບຕໍ່ຈາກຕົ້ນຊາກຸລະ ແລະ ຊ້າງ.

ທ່ານ ເຄັນອິຈິ ໂຄບະຢະຊິ ຍັງໄດ້ອວຍພອນໃຫ້ສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວແໜ້ນແຟ້ນຍິ່ງໆຂຶ້ນເຊິ່ງເປັນຄວາມປາຖະໜາທີ່ມີຮ່ວມກັນ ພ້ອມທັງອວຍພອນໃຫ້ທຸກທ່ານມີສຸຂະພາບທີ່ດີ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນໃນອະນາຄົດຂ້າງໜ້າ.

ພາຍໃນງານ, ໄດ້ຈັດຮ້ານວາງສະແດງ ການເຄື່ອນໄຫວຂອງບັນດາບໍລິສັດຍີ່ປຸ່ນ, ອົງການບໍ່ສັງກັດລັດຖະບານ (NGOs) ແລະ ອົງການບໍ່ສະແຫວງຫາຜົນກຳໄລ (NPOs) ໃນປະເທດລາວ ແລະ ອາຫານທະເລ ທີ່ເປັນເອກະລັກ ຂອງຍີ່ປຸ່ນ ໃຫ້ແຂກ ທີ່ເຂົ້າຮ່ວມໄດ້ຊີມ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments