Saturday, July 27, 2024
Homeທຸລະກິດຫວຽດເຈັດຍົກສູງປະສິດທິພາບການບິນ ດ້ວຍການເພີ່ມເຮືອບິນລຳທີ 105

ຫວຽດເຈັດຍົກສູງປະສິດທິພາບການບິນ ດ້ວຍການເພີ່ມເຮືອບິນລຳທີ 105

ສາຍການບິນຫວຽດເຈັດ (Vietjet) ສືບຕໍ່ຂະຫຍາຍສາຍການບິນທີ່ທັນສະໄໝອັນດັບໜຶ່ງຂອງໂລກດ້ວຍການຈັດສົ່ງເຮືອບິນແອບັດລຸ້ນໃໝ່ຈາກນະຄອນ Hamburg ໄປນະຄອນໂຮ່ຈີ່ມິງ. ເຮືອບິນ A321neo ACF ເປັນເຮືອບິນລຳທີ 105 ຂອງສາຍການບິນ.

ເຮືອບິນລຳໃໝ່ ມາຮອດສະໜາມບິນສາກົນ Tan Son Nhat ໄດ້ຖືວ່າເປັນບາດກ້າວໃໝ່ຂອງສາຍການບິນ ເພື່ອເພີ່ມປະສົບການ ການບິນຂອງຜູ້ໂດຍສານ ຄຽງຄູ່ກັບການຫລຸດຜ່ອນຜົນກະທົບຕໍ່ສະພາບແວດລ້ອມ. A321neo ACF ເປັນ ເຮືອບິນທີ່ທັນສະໄໝຊັ້ນນໍາຂອງໂລກ, ປະຫຍັດນໍ້າມັນໄດ້ເຖິງ 20%, ຫລຸດຜ່ອນການປ່ອຍອາຍພິດອອກສູ່ສະພາບແວດລ້ອມໄດ້ເຖິງ 50% ແລະ ຫລຸດຜ່ອນສຽງລົບກວນໄດ້ຫຼາຍເຖິງ 75%. ໃນປີ 2019, Vietjet ກາຍເປັນສາຍການບິນທຳອິດໃນໂລກທີ່ໃຫ້ບໍລິການຮູບແບບຫ້ອງໂດຍສານ A321neo ACF ທີ່ອອກແບບມາພິເສດ.ເມື່ອບໍ່ດົນນີ້, ສາຍການບິນ ໄດ້ຂະຫຍາຍຖ້ຽວບິນໂດຍການເພີ່ມເຮືອບິນ Airbus Neo ລຸ້ນໃໝ່. ກ້າວໄປສູ່ປີມັງກອນ, ເຮືອບິນລຳໃໝ່ເຫລົ່ານີ້ຈະນຳເອົາຊັບພະຍາກອນ ແລະ ກຳລັງແຮງອັນໃໝ່ມາໃຫ້ສາຍການບິນໃນຍຸດທະສາດຂະຫຍາຍເຄືອຂ່າຍການບິນກັບຈຸດໝາຍປາຍທາງໃໝ່ຫລາຍແຫ່ງ. ໃນຕົ້ນເດືອນກຸມພາ Vietjet ຍັງໄດ້ເພີ່ມເຮືອບິນເຊົ່າ 6 ລໍາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງລູກຄ້າໃນເທສະການກຸດຫວຽດ. ເຮືອບິນລຳທີ 105 ຈະໄດ້ເລີ່ມບິນໃນບັນດາເສັ້ນທາງຈຸດໝາຍປາຍທາງຢູ່ພາຍໃນຫວຽດນາມ ແລະ ສາຍການບິນສາກົນໄປຍັງອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ ເກົາຫລີ, ອິນໂດເນເຊຍ, ໄທ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments