Saturday, July 27, 2024
Homeຂ່າວໜ້າໜຶ່ງອົດສະຕຣາລີ ເເລະ ອົງການຢູນິເຊັບ ສະໜັບສະໜູນພາຫະນະຊ່ວຍຜັນຂະຫຍາຍການເຂົ້າເຖິງບໍລິການສຸຂະພາບເຂດຫ່າງໄກສອກຫຼີກ

ອົດສະຕຣາລີ ເເລະ ອົງການຢູນິເຊັບ ສະໜັບສະໜູນພາຫະນະຊ່ວຍຜັນຂະຫຍາຍການເຂົ້າເຖິງບໍລິການສຸຂະພາບເຂດຫ່າງໄກສອກຫຼີກ

ວັນທີ 15 ກຸມພາ 2024 ຜ່ານມານີ້ ທີ່ແຂວງຫົວພັນເພື່ອຜັນຂະຫຍາຍການເຂົ້າເຖິງບໍລິການດ້ານສຸຂະພາບໃນ ສປປ ລາວ, ລັດຖະບານອົດສະຕຣາລີ ຮ່ວມກັບ ອົງການຢູນິເຊັບ ໄດ້ມອບລົດຕ໋ອກຕ໋ອກ ຈຳນວນ 32 ຄັນ ໃຫ້ແກ່ລັດຖະບານ ເເຫ່ງ ສປປ ລາວ.  ຍານພາຫະນະເຫຼົ່ານີ້ຈະປະກອບສ່ວນເຂົ້າໃນຍຸດທະສາດການຜັນຂະຫຍາຍການເຂົ້າເຖິງບໍລິການດ້ານສຸຂະພາບ ໃນ ສປປ ລາວ ແລະ ຈະຊ່ວຍຮັບປະກັນການສະໜອງຊຸດການບໍລິການສຸຂະພາບແບບເຊື່ອມສານ ແລະ ການເຂົ້າເຖີງບໍລິການຢ່າງເທົ່າທຽມຕະຫຼອດປີ, ເປັນຕົ້ນແມ່ນບໍລິການແບບເຊື່ອມສານສັກວັກຊີນຮອບປົກກະຕິ, ວັກຊີນກັນພະຍາດ ໂຄວິດ-19 ແລະ ບໍລິການດ້ານສຸຂະພາບແມ່ ແລະ ເດັກ ໃນບັນດາກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ ແລະ ເຂດຫ່າງໄກສອກຫຼີກໂດຍສະເພາະແມ່ນໃນຍາມລະດູຝົນ.

ພິທີມອບຮັບພາຫະນະໃໝ່ດັ່ງກ່າວ ເເມ່ນໄດ້ຖືກຈັດຂຶ້ນໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2023 ເເລະ ທິດທາງເເຜນການ ປິ 2024 ທີ່ຈັດຂຶ້ນທີ່ເມືອງວຽງໄຊ ແຂວງຫົວພັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ຄຳແພງ ໄຊສົມແພງ ເຈົ້າແຂວງ ແຂວງຫົວພັນ.

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເເດງຄວາມຂອບໃຈມາຍັງອົງການຢູນິເຊັບ ເເລະ ລັດຖະບານອົດສະຕຣາລີ. ທ່ານໄດ້ກ່າວວ່າ: “ສປປ ລາວ ຕິີລາຄາສູງຕໍ່ການສະໜັບສະໜູນຈາກອົງການຢູນິເຊັບ ເເລະ ລັດຖະບານອົດສະຕຣາລີ. ພາຫະນະເຫຼົ່ານີ້ຈະຊ່ວຍເພີ່ມການເຂົ້າເຖິງການບໍລິການດ້ານສຸຂະພາບຢ່າງກ້ວາງຂວາງໃນທົ່ວປະເທດ ແລະ ຈະຊ່ວຍໃຫ້ພະນັກງານສາທາລະນະສຸກຂອງພວກເຮົາ ກ້າວຂ້າມຜ່ານສິ່ງທ້າທາຍທາງດ້ານພູມສາດ ເພື່ອເຂົ້າເຖິງ ເເລະ ສະໜອງບໍລິການອັນສຳຄັນ ໃຫ້ເເເກ່ຊຸ່ມຊົນທີ່ມີຄວາມສ່ຽງທີ່ສຸດ.” ລົດຕ໋ອກຕ໋ອກເຫຼົ່ານີ້ຈະຖືກແຈກຢາຍໃຫ້ສຸກສາລາ ທັງໝົດ 32 ແຫ່ງ ໃນ 15 ແຂວງ ພາຫະນະເຫຼົ່ານີ້ມີຄວາມສະດວກສະບາຍໃນການນຳໃຊ້ ແລະ ຂັບເຄື່ອນໂດຍສີ່ລໍ້ ເຊິ່ງຈະເປັນປະໂຫຍດຫຼາຍໃຫ້ເເກ່ພະນັກງານສາທາລະນະສຸກທ້ອງຖິ່ນໃນການເຂົ້າເຖິງຊຸມຊົນທີ່ມີຄວາມສ່ຽງໃນໄລຍະລະດູຝົນ ເເລະ ຮັບປະກັນວ່າຊຸມຊົນສາມາດເຂົ້າເຖິງບໍລິການດ້ານສຸຂະພາບໄດ້ຕະຫຼອດທັງປີ.

ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ກ່າວວ່າ: “ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮັບຮອງການເຂົ້າເຖິງການບໍລິການດ້ານສຸຂະພາບຂອງທຸກຄົນໃນປະເທດ. ພາຫະນະດັ່ງກ່າວໄດ້ຖືກຈັດສົ່ງໃຫ້ກັບ ລັດຖະບານ ແຫ່ງ ສປປ ລາວ ພາຍໃຕ້ໂຄງການທີ່ມີຊືວ່າ VAHSI (Vaccine Access and Health Security Initiative) ແລະ ມີມູນຄ່າລວມທັງໝົດປະມານ 367,000 ໂດລາອົດສະຕຣາລີ (ຫຼື ປະມານ 245,000 ໂດລາສະຫະລັດ).ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກໍ່ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຊ່ວຍເຫຼືອດັ່ງກ່າວຈາກລັດຖະບານອົດສະຕຣາລີ: “ການຊ່ວຍເຫຼືອຄັ້ງນີ້ບໍ່ພຽງແຕ່ຈະຊ່ວຍໃຫ້ພະນັກງານສາທາລະນະສຸກສາມາດເຂົ້າເຖິງຊຸມຊົນທີ່ມີຄວາມສ່ຽງສູງເທົ່ານັ້ນ ​ແຕ່ມັນຍັງສະເເດງໃຫ້ເຫັນເຖີງຄວາມມຸ່ງໝັ້ນຂອງພວກເຮົາໃນການຊອກຫາວິທີທີ່ມີນະວັດຕະກຳຕ່າງໆ ເພື່ອເສີມສ້າງຄວາມເຂັ້ມແຂງຂອງລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອໃຫ້ລະບົບດັ່ງກ່າວສາມາດຮັບມືກັບສິ່ງທ້າທາຍ ເເລະ ຄວາມສ່ຽງທີ່ສາມາດເກີດຂຶ້ນ ເຊັ່ນ: ຄວາມສ່ຽງຂອງການລະບາດຂອງພະຍາດ ຄວາມພະຍາຍາມທັງໝົດນີ້ກໍເເມ່ນເພື່ອຮັບປະກັນສຸຂະພາບທີ່ດີຂອງເດັກນ້ອຍ ແລະ ແມ່ຍິງທຸກຄົນໃນ ສປປ ລາວ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments