Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກ ເນັ້ນກະຊວງສາທາລະນະສຸກ ເອົາໃຈໃສ່ປັບປຸງໃຫ້ມີການຫັນປ່ຽນ ແຂງແຮງ ແລະ ຮອບດ້ານ

ຮອງນາຍົກ ເນັ້ນກະຊວງສາທາລະນະສຸກ ເອົາໃຈໃສ່ປັບປຸງໃຫ້ມີການຫັນປ່ຽນ ແຂງແຮງ ແລະ ຮອບດ້ານ

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳວຽກງານ ຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານສາທາລະນະ ສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ໃນວັນທີ 16 ກຸມພາ 2024 ທີ່ຖ້ຳຊ້າງລອດ, ເມືອງ ວຽງໄຊ ແຂວງ ຫົວພັນ ໂດຍເນັ້ນໃຫ້ຄະນະພັກ-ຄະນະນຳ ກະຊວງສາທາລະນະສຸກ ເອົາໃຈໃສ່ປັບປຸງວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອສຸມໃສ່ເຮັດໃຫ້ບັນດາແຜນງານ, ໂຄງການທີ່ຍັງບໍ່ສຳເລັດ ໃຫ້ສືບຕໍ່ປະຕິບັດບັນລຸຕາມ ຈຸດປະສົງຄາດໝາຍທີ່ວາງໄວ້ ເປັນຕົ້ນ ພະນັກງານສະມາຊິກພັກ ໃນຂະແໜງສາທາລະນະສຸກ ຈຳນວນໜຶ່ງ ບໍ່ທັນກຳແໜ້ນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເລິກເຊິ່ງ ຍ້ອນການນຳພາດ້ານການເມືອງແນວຄິດ ບໍ່ທັນແທດເຖິງ, ເລິກເຊິ່ງ ແລະ ປົກກະຕິ-ຕໍ່ເນື່ອງ, ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນ ບໍ່ແທດເຖິງ, ກົນໄກການຊີ້ນຳ-ມອບວຽກ ກໍຍັງບໍ່ທັນຈະແຈ້ງໂລ່ງລ່ຽນ ລວມທັງການຕິດຕາມກວດກາ ການເຄື່ອນໄຫວວຽກງານ ຂອງຂັ້ນລຸ່ມ ບໍ່ທັນເປັນປົກກະຕິ ແທດເຖິງເທົ່າທີ່ຄວນ. ພ້ອມກັນນີ້, ການກໍ່ສ້າງ ແລະ ການພັດທະນາບຸກຄະລາກອນ ດ້ານສາທາະລະນະສຸກຈາກໂຮງຮຽນ, ຈາກສະຖາບັນການສຶກສາຈຳນວນໜຶ່ງ ບໍ່ຮັບປະກັນຄຸນນະພາບ; ການປັບປຸງ, ຈັດວາງຕຳແໜ່ງງານ ຍັງບໍ່ທັນເປັນລະບົບ ບາງອັນຕິດພັນກັບຜົນປະໂຫຍດ; ການເຄື່ອນໄຫວວຽກງານຮັບໃຊ້ການບໍລິການ ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຈໍານວນໜຶ່ງ ຍັງເນັ້ນການເຮັດວຽກບໍລິຫານ, ຖືເບົາວິຊາສະເພາະ ແລະ ຈັນຍາບັນຈັນຍາທຳແພດໝໍ, ບາງດ້ານເອື່ອຍອີງໃສ່ກັນ ແລະ ຫວັງຜົນປະໂຫຍດ, ຍັງເກີດຫາງສຽງຈົ່ມວ່າຂອງປະຊາຊົນຫລາຍ ແລະ ອື່ນໆ.

ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະເໜີທິດທາງຈຳນວນໜຶ່ງ ເພື່ອແກ້ໄຂຈຸດອ່ອນຄົງຄ້າງຢ່າງເດັດດ່ຽວ ແລະ ວາງແຜນການໃນແຕ່ລະໄລຍະ ໃຫ້ຖືກຕ້ອງສອດຄ່ອງ ແລະ ເພື່ອເປັນຂໍ້ຄິດເຫັນ ນໍາໄປປັບປຸງ ໃນຕໍ່ໜ້າ ໂດຍສະເພາະ ວຽກພັກ: ເພີ່ມທະວີການນຳພາຕົວຈິງທີ່ເຂັ້ມແຂງ ຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ ຂອງຄະນະນະພັກ ໂດຍຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ ໂດຍນຳໃຊ້ຫລາຍຮູບການ, ວິທີການທີ່ອຸດົມສົມບູນ, ສອດຄ່ອງເໝາະສົມ ເພື່ອສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ; ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ໃນນີ້ສຳຄັນກວ່າໝູ່ແມ່ນ ເອົາໃຈໃສ່ປັບປຸງຍົກລະດັບ ຄວາມຮູ້ທິດສະດີການເມືອງ-ການປົກຄອງ ໂດຍສະເພາະແມ່ນ ທິດສະດີມາກ-ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ ແລະ ຍູ້ແຮງຄວາມຕື່ນຕົວເປັນເຈົ້າການຝຶກຝົນຫລໍ່ຫລອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ຈົດຈໍ່ ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງ ເຊິ່ງອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫລັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາ ຂອງອົງຄະນະພັກ ເປັນຕົ້ນ ພັກນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍ ຕິດພັນກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກ ເຊັ່ນ: ປະຕິບັດແນວທາງ, ແບບຢ່າງໃນການປະຕິບັດລະບຽບກົດໝາຍ, ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ການນຳພາແຫ່ງການຝຶກຝົນຫລໍ່ຫລອມຕົນເອງໃຫ້ດີຂຶ້ນ.

ສຳລັບວຽກງານປັບປຸງກົງຈັກການຈັດຕັ້ງ, ພະນັກງານ ແລະ ກົນໄກບໍລິຫານ: ຕ້ອງໄດ້ເອົາໃຈໃສ່ໃນການປັບປຸງກົງຈັກໃຫ້ກະທັດຮັດ, ຖືກທິດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄປລວງດຽວກັນ; ສ້າງກົນໄກການປະສານງານພາຍໃນ ແລະ ພາຍນອກ ຢູ່ສູນກາງ, ຢູ່ໂຮງໝໍ ແລະ ຢູ່ພາກສະໜາມ ລວມເຖິງບັນດາກົມກອງຊ່ວຍໜູນອ້ອມຂ້າງກະຊວງ ໃຫ້ມີຄວາມເປັນເອກະພາບສູງ ຫລີກລ່ຽງຫາງສຽງບໍ່ດີ ທີ່ເປັນຜົນກະທົບຕໍ່ວຽກງານຂະແໜງການ ກໍຄືຜົນປະໂຫຍດລວມຂອງປະເທດຊາດ; ອົງຄະນະພັກ ຕ້ອງເອົາໃຈໃສ່ປັບປຸງຢ່າງຈິງຈັງ ຕໍ່ວຽກງານພະນັກງານ ຊຶ່ງເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ ນັບແຕ່ຂອດສ້າງ ແລະ ປະຕິບັດແຜນກຳນົດຕໍາແໜ່ງງານ, ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ, ການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານ ຢ່າງຖືກຕ້ອງ ແລະ ມີຄວາມຍຸຕິທໍາ, ເປັນກຸນແຈແຫ່ງການປະຕິບັດບົດບາດນຳພາຂອງພັກ ຕໍ່ພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ ກໍຄືຕໍ່ການນໍາພາທຸກວຽກງານ ໃນຂະແໜງສາທາລະນະສຸກ; ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ທົດລອງຈັດຕັ້ງປະຕິບັດຄວາມເປັນໄປໄດ້ ການຫັນໄປກຸ້ມຕົນເອງດ້ານງົບປະມານ ຢູ່ໃນບ່ອນທີ່ມີເງື່ອນໄຂຄົບຖ້ວນ ຈຶ່ງຈະສາມາດຫັນພະນັກງານ, ລັດຖະກອນ ໄປເປັນພາລະກອນ ເພື່ອຫລຸດຜ່ອນດ້ານງົບປະມານລັດ ທັງຮັບປະກັນຄຸນນະພາບດ້ານວຽກງານສາທາລະນະສຸກເທື່ອລະກ້າວ. ສ່ວນການປັບປຸງວຽກງານພະນັກງານ ຕ້ອງໄປຕາມທິດລວມ ທີ່ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ, ຄຳສັ່ງ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ໂດຍການຈັດວາງພະນັກງານຢູ່ໃນພາວະເຄື່ອນເໜັງ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ, ຮັບປະກັນການປະຕິບັດວຽກງານ ຄຸ້ມຄອງພະນັກງານເປັນເອກະພາບ, ມີຄຸນນະພາບ, ການບັນຈຸລັດຖະກອນ ຕ້ອງປະຕິບັດຫລັກການສະເໝີພາບ, ໂປ່ງໃສ, ຍຸຕິທຳ, ອີງໃສ່ຕຳແໜ່ງງານ ແລະ ໜ້າວຽກທີ່ຕ້ອງການ ທັງຮັບປະກັນການສ້າງ, ປະຕິບັດແຜນກຳນົດພະນັກງານ ຢ່າງເປັນລະບົບ ຕາມທິດຫັນເປັນໜຸ່ມ (ແໜ້ນ) ກົງຈັກກະທັດຮັດ, ຫລຸດຜ່ອນຈຳນວນພົນ ແລະ ຫລີກເວັ້ນລະບົບອຸປະຖຳຄ້ຳຊູ ຄົນເຈົ້າຄົນຂ້ອຍ ແລະ ມີການຄົ້ນຄວ້າລົງວິໄນ ຕໍ່ຜູ້ກະທຳຜິດຢ່າງເດັດຂາດ ໂປ່ງໃສ ຍຸຕິທຳ, ປະກົດການເກີດຢູ່ບ່ອນໃດ ແມ່ນບ່ອນນັ້ນເປັນຜູ້ຄົ້ນຄວ້າແກ້ໄຂ ຢ່າງຂາດຕົວ; ຕ້ອງຮັບກັນ ການບັນຊາການ ຄືກັບບັນຊາບັ້ນຮົບ ເພື່ອຮັບປະກັນຄວາມຮັບຜິດຊອບ ຂອງພະນັກງານສະມາຊິກພັກ, ແພດໝໍ ໄປຕາມທິດຂອງພັກ ແລະ ລັດຖະບານ ວາງອອກ ເພື່ອໃຫ້ມີການຫັນປ່ຽນຢ່າງຮອບດ້ານ; ເອົາໃຈໃສ່ ປະຕິບັດວຽກການແຂ່ງຂັນຍ້ອງຍໍ ໃຫ້ພະນັກງານ ນັກຮົບຊຸດຂາວ ຢ່າງຖືກຕ້ອງເໝາະສົມ, ທັນການ, ຖືກທິດ ແລະ ທົ່ວເຖິງ ເພື່ອເປັນຂວັນ ແລະ ກຳລັງໃຈ ໃຫ້ຜູ້ທີ່ເຮັດວຽກງານ ຢ່າງເອົາຈິງເອົາຈັງ ໃນພາກປະຕິບັດຕົວຈິງ ມີກຳລັງໃຈເຮັດວຽກງານ ຢ່າງສຸດກົກສຸດປາຍ.

ສ່ວນວຽກງານວິຊາສະເພາະ ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກທີ່ວ່າ: ສືບຕໍ່ຍຶດໝັ້ນການປະຕິບັດນະໂຍບາຍ ສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ; ຖືເອົາການບໍລິການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດ 07 ແຜນງານ ຄວບຄູ່ກັບການຈັດຕັ້ງປະຕິບັດ ແຜນປະຕິຮູບສາທາລະນະສຸກ ໄລຍະ III (2021-2025) ເພື່ອເປັນທິດໃນການຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ 05 ປີ ຄັ້ງທີ IX (2021-2025) ໃນແຕ່ລະດ້ານທີ່ໄດ້ວາງອອກ ເປັນຕົ້ນ: ຂະແໜງສາທາລະນະສຸກ ຕ້ອງປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າ ເຂົ້າໃນພາລະກິດລວມ ແຫ່ງການລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ, ເຮັດໃຫ້ປະຊາຊົນສ່ວນຫລາຍ ສາມາດເຂົ້າເຖິງການບໍລິການ ແລະ ຮັກສາສຸຂະພາບຂັ້ນພື້ນຖານ, ມີຄຸນນະພາບ ແລະ ໄດ້ຮັບສະຫວັດດີການສັງຄົມ ໄປຄຽງຄູ່ກັບການຂະຫຍາຍລະບົບປະກັນສຸຂະພາບ ລວມທັງການປັບປຸງຄຸນນະພາບ, ສ້າງການຫັນປ່ຽນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າເຖິງຕາໜ່າງສາທາລະນະສຸກນັບມື້ນັບຫລາຍຂຶ້ນ. ນອກນີ້, ຍັງຕ້ອງເອົາໃຈໃສ່ເຝົ້າລະວັງ ພະຍາດຕ່າງໆທີ່ອາດຈະເກີດຂຶ້ນ (ປັດຈຸບັນນະຄອນຫລວງວຽງຈັນບາງເຂດ ໄດ້ພົບເຫັນການລະບາດຂອງພະຍາດໄຂຫວັດສັດປີກ (H5N1 ແລະ H9N2 ທັງສາຍພັນອື່ນ ທີ່ອາດຈະເກີດອາການຮຸນແຮງກັບຄົນ) ແລະ ພະຍາດອື່ນໆ; ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕາມມະຕິສະພາແຫ່ງຊາດ ວາງອອກ ໂດຍເລັ່ງໃສ່ບັນດາຄາດໝາຍທີ່ບໍ່ທັນສຳເລັດເປັນຕົ້ນ ແຜນປະຕິຮູບສາທາລະນະສຸກ ໄລຍະ III ເພື່ອບັນລຸເປົ້າໝາຍສຸຂະພາບທົ່ວປວງຊົນ, ເປົ້າໝາຍການພັດທະນາແບບຍືນຍົງ ໃນ 5 ຂົງເຂດ ຄື: ການພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ຄຸນນະພາບການບໍລິການ, ການບໍລິຫານຈັດການ ແລະ ຂໍ້ມູນຂ່າວສານສາທາລະນະສຸກ ໂດຍເລີ່ມຈາກການສ້າງ, ປັບປຸງ ພະນັກງານດ້ານສາທາລະນະສຸກ ທັງສ້າງຈັນຍາບັນ ຈັນຍາທຳ, ສ້າງສະຖານທີ່ບໍລິການ, ຮັບປະກັນມາດຕະຖານສະອາດ, ອຸປະກອນການແພດຄົບຖ້ວນ-ທັນສະໄໝ ແລະ ຢາປົວພະຍາດພຽງພໍ ຕາມນະໂຍບາຍ 5 ດີ 1ພໍໃຈ ຕິດພັນກັບການສ້າງນັກຄົ້ນຄ້ວາ, ຊ່ຽວຊານຜູ້ຊຳນານ ບໍ່ຄວນແລ່ນນຳປະລິມານ.

ສຳລັບແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໄດ້ກຳນົດລະອຽດແລ້ວ ແລະ ໃຫ້ສືບຕໍ່ຜັນຂະຫຍາຍເປັນແຜນງານ, ໂຄງການ ລະອຽດ ແລະ ຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ເກີດໝາກຜົນຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະ 7 ແຜນງານໃຫຍ່ 47 ແຜນງານຍ່ອຍ ແລະ 126 ໂຄງການ ໃນແຕ່ລະດ້ານ: ແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ໂດຍເລັ່ງໃສ່ 6 ແຜນງານຍ່ອຍ ແລະ 23 ໂຄງການ; ແຜນງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່: ສຸມໃສ່ 8 ແຜນງານຍ່ອຍ ແລະ 16 ໂຄງການ ທີ່ໄດ້ກຳນົດໄວ້ແລ້ວ; ແຜນງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ: ໃນ 5 ແຜນງານຍ່ອຍ ແລະ 19 ໂຄງການ; ແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ: ປະກອບດ້ວຍ 9 ແຜນງານຍ່ອຍ ແລະ 20 ໂຄງການ; ແຜນງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດ: ທີ່ປະກອບດ້ວຍ 4 ແຜນງານຍ່ອຍ ແລະ 16 ໂຄງການ; ແຜນງານການເງິນສາທາລະນະສຸກ: ໃນ 7 ແຜນງານຍ່ອຍ ແລະ 19 ໂຄງການ; ແຜນງານແຜນການ ແລະ ການຮ່ວມມື: ໂຄງການ ກໍ່ສ້າງສູນຂໍ້ມູນຂ່າວສານສາທາລະນະສຸກ, ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານດ້ານຂໍ້ມູນຂ່າວສານສາທາລະນະສຸກ, ໂຄງການ ປັບປຸງຄຸນນະພາບ ຂໍ້ມູນຂ່າວສານສາທາລະນະສຸກ ແລະ ການສຳຫລວດ ທັງໂຄງານຮ່ວມມືສາກົນ ແລະ ລະຫວ່າງລັດ ກັບເອກະຊົນ ທັງໂຄງການຕິດຕາມ ແລະ ປະເມີນຜົນ; ແຜນງານບໍລິຫານຄຸ້ມຄອງ ແລະ ກວດກາ: ຈຳນວນແຜນງານຍ່ອຍ ແລະ ໂຄງການ ບໍລິຫານຄຸ້ມຄອງ ແລະ ກວດກາ ປະກອບດ້ວຍ 8 ແຜນງານຍ່ອຍ ແລະ 13 ໂຄງການ ແລະ ວຽກງານອື່ນໆຕາມຄວາມຮັບຜິດຊອບຂອງຕົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments