Home ຂ່າວຕ່າງປະເທດ ຈີນກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກ

ຈີນກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກ

0

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ກຸມພາ ຜ່ານມາ, ເນື່ອງຈາກຄວາມຕ້ອງການບໍລິໂພກເພີ່ມຂຶ້ນທຸກຊຶ່ງໄດ້ເຮັດໃຫ້ການຜະລິດດອກໄມ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈີນໄດ້ກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກກໍຄືເປັນປະເທດການຄ້າດອກໄມ້ແລະປະເທດບໍລິໂພກດອກໄມ້ທີ່ສຳຄັນຂອງໂລກ. ອີງຕາມໂຕເລກສະຖິຕິຂອງສະມາຄົມດອກໄມ້ຈີນສະແດງໃຫ້ເຫັນວ່າ: ເນື້ອທີ່ປູກດອກໄມ້ຂອງຈີນມີປະມານ1,5ລ້ານເຮັກຕາ, ຜູ້ປະກອບອາຊີບໃນຂະແໜງການດອກໄມ້ມີຫຼາຍກວ່າ 5 ລ້ານຄົນ.

ໃນຊຸມປີຜ່ານມາ, ການຜະລິດດອກໄມ້ສົດຂອງຈີນໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ເຂດຜະລິດດອກໄມ້ສົດຕົ້ນຕໍລວມມີ ແຂວງຢູນນານ, ແຂວງຈ່ຽງຊູ່, ແຂວງເຈີ້ຈ່ຽງ, ແຂວງກວາງຕຸ້ງແລະ ແຂວງອື່ນໆ, ໂດຍສະເພາະການຜະລິດດອກໄມ້ສົດຢູ່ແຂວງຢູນນານໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວມາໂດຍຕະຫຼອດ. ປີ2022 ຍອດມູນຄ່າການຈຳໜ່າຍດອກໄມ້ໃນຕະຫຼາດຂາຍຍ່ອຍທົ່ວປະເທດຈີນບັນລຸເຖິງ198ຕື້680ລ້ານຢວນ, ຍອດມູນຄ່າການຂາຍຍ່ອຍຜ່ານຮ້ານຂາຍດອກໄມ້ຕົວຈິງບັນລຸເຖິງ90ຕື້ຢວນ, ຍອດມູນຄ່າການຂາຍຍ່ອຍຜ່ານທາງການຄ້າເອເລັກໂຕຣນິກເພີ່ມຂຶ້ນເປັນ 108ຕື້ 680ລ້ານຢວນ ຊຶ່ງກວມ 54,6% ຂອງຍອດມູນຄ່າການຈຳໜ່າຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version