Saturday, July 27, 2024
Homeຂ່າວໜ້າໜຶ່ງເລັ່ງຈັດຕັ້ງປະຕິບັດ ຜົນການທົບທວນກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX

ເລັ່ງຈັດຕັ້ງປະຕິບັດ ຜົນການທົບທວນກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX

ກອງປະຊຸມໂຕະມົນ ປະຈຳປີ 2023 ພາຍໃຕ້ ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 13 ກຸມພາ 2024 ທີ່ນະຄອນຫລວງວຽງຈັນ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫລງຜົນສຳ ເລັດ ຂອງກອງປະຊຸມໂຕະມົນ ປະຈຳປີ 2023 ວ່າ: ເພື່ອບັນລຸໄດ້ເປົ້າໝາຍ ແລະ ວາລະການພັດທະ ນາແຫ່ງຊາດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການກະກຽມຄວາມພ້ອມໃນການຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາຂອງ ສປປ ລາວ, ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນ ຈຶ່ງໄດ້ຖືເອົາຂະບວນການໂຕະມົນເປັນເວທີ ແລະ ກົນໄກແຫ່ງການປຶກສາຫາລື ໃນລະດັບນະໂຍບາຍ ເພື່ອສ້າງຄວາມເຂົ້າໃຈຕໍ່ທິດທາງ ແລະ ໜ້າວຽກຈຸດສຸມຂອງການພັດທະນາ ຢູ່ ສປປ ລາວ ໃນແຕ່ລະປີ ເຊິ່ງກອງປະຊຸມຄັ້ງນີ້, ໄດ້ນໍາສະເໜີ 3 ຫົວຂໍ້ທີ່ສໍາຄັນ ຄື: ບົດສະຫລຸບການຈັດຕັ້ງປະຕິ ບັດກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຍຸດທະສາດດ້ານເງິນເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູເສດຖະກິດຂອງ ສປປ ລາວ; ບົດລາຍງານແບບສະໝັກໃຈ ແຫ່ງຊາດ ຄັ້ງທີ III ແລະ ແຜນຍຸດທະສາດການຂ້າມຜ່ານ ອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ, ວິໄສທັດຮອດ ປີ 2030 ແລະ ທິດທາງໃນຕໍ່ໜ້າ ແລະ ນໍາສະເໜີກ່ຽວກັບ ການຮ່ວມມືເພື່ອການພັດທະນາ (ການຕິດຕາມການເປັນຄູ່ຮ່ວມມືສາກົນ ຄັ້ງທີ 4 ແລະ ບົດແນະນໍາການຈັດຕັ້ງປະຕິບັດຂະບວນການໂຕະມົນ). ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນຂອງການປຶກສາຫາລືຈາກກຸ່ມສົນ ທະນາ ໃນສອງຫົວຂໍ້ຄື: ສະພາບເສດຖະກິດ ແລະ ທິດທາງການເຕີບໂຕເພື່ອຄວາມຍືນຍົງ ແລະ ສີ ຂຽວ ແລະ ຊັບພະຍາກອນມະນຸດ ເພື່ອການພັດທະນາແບບຍືນຍົງ.

ກອງປະຊຸມໃນຄັ້ງນີ້, ໄດ້ເປັນເອກະພາບກັນວ່າ: ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສໍາລັບປີ 2024 ແລະ ວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ; ສືບຕໍ່ເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫລຸດພົ້ນອອກຈາກ ສະຖານະພາບຄວາມດ້ອຍພັດທະນາ ເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳ ປີ 2024 ແລະ ສູ້ຊົນ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະຍາກອນມະນຸດທີ່ຮັບປະກັນຄຸນນະພາບ, ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອຫລຸດຜ່ອນຄວາມແຕກໂຕນ ຂອງການພັດທະນາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ-ເດັກນ້ອຍ ແລະ ເພື່ອແກ້ໄຂຄວາມທຸກຍາກ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນ ດ້ວຍການສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ ເອື້ອອໍານວຍໃຫ້ດີຂຶ້ນ. ພ້ອມທັງ, ຈະເພີ່ມຄວາມເອົາໃຈໃສ່ໃນການຊຸກຍູ້ ການຈັດຕັ້ງປະຕິບັດຍຸດທະສາດການເງິນ ເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX; ຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ຈະພະຍາຍາມຍົກລະດັບການກະກຽມຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທຳມະຊາດ, ດ້ວຍການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິ ບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ, ການປັບປຸງລະບົບການເຕືອນໄພລ່ວງໜ້າ, ການສຶກສາຄວາມສ່ຽງ ແລະ ການສ້າງ ແຜນຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ເອົາໃຈໃສ່ໃຫ້ຊ່ວຍເຫລືອແກ່ຊຸມຊົນທີ່ມີຄວາມສ່ຽງສູງ; ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງ ຂະບວນການໂຕະມົນ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງໜ່ວຍງານຂະແໜງ ການ ກໍຄື ແຜນດຳເນີນງານຂອງຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີ ປະສິດທິພາບ ແລະ ປະສິດທິຜົນສູງ.

ພ້ອມນີ້, ທ່ານ ຄຳເຈນ ວົງໂພສີ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງ ຢູ່ ສູນກາງ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ, ເພີ່ມທະວີການປະສານງານສົມທົບເຊິ່ງກັນ ແລະ ກັນຢ່າງກົມກຽວ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ, ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ, ວາລະແຫ່ງຊາດຂອງລັດຖະບານ, ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆທີ່ ສປປ ລາວ ເປັນພາຄີ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments